ອຸບັດເຫດ! ລົດຕຳກັນຫລາຍສິບຄັນຢູ່ທາງຫລວງຂອງຈີນ ເສຍຊີວິດແລ້ວ 16 ຄົນ ບາດເຈັບຫລາຍກວ່າ 50 ຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 5 ກຸມພາ 2023, ສຳນັກງານຕຳຫລວດ ເມືອງສາງຊາ ມົນທົນຫູໜານ ຕອນກາງຂອງຈີນ ລາຍງານການເກີດອຸບັດເຫດລົດຕຳກັນເກືອບ 50 ຄັນ ຢູ່ທາງຫລວງຂອງເມືອງ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະ ບາດເຈັບຢ່າງໜ້ອຍ 66 ຄົນ ທັງມີລາຍງານ ການເກີດເພີງໄໝ້ລົດອີກຫລາຍຄັນ.

ສ່ວນສາເຫດຂອງການເກີດອຸບັດເຫດຄັ້ງນີ້ຍັງຢູ່ໃນລະຫວ່າງການກວດສອບຂອງໜ່ວຍງານທີ່ກ່ຽວຂ້ອງ ດ້ານກະຊວງບໍລິຫານຈັດການສະຖານະການສຸກເສີນນະຄອນປັກກິ່ງ ເນັ້ນໃຫ້ມີການສອບສວນຢ່າງລະອຽດທີ່ສຸດ