ທ່ານ ດູເຕີເຕ ໄລ່ຕົວແທນ UN

ທ່ານ ດູເຕີເຕ ໄລ່ຜູ້ຊ່ຽວຊານສິດທິມະນຸດ UN “ໄປລົງນາຮົກ” ຫລັງວິຈານການຂົ່ມຂູ່ຍ້າຍຜູ້ພິພາກສາສານສູງສຸດ.
ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟີລິບປິນ ກ່າວວາທະເດືອດຫລ້າສຸດກັບນັກຂ່າວຢູ່ນະຄອນຫລວງມະນິລາ ໃນວັນທີ 3 ມິຖຸນາ ໃຫ້ໄປບອກທ່ານ ດິເອໂກ ກາເຊຍ ຊາຍານ ຜູ້ສະເໜີລາຍງານກອງປະຊຸມສະຫະປະຊາຊາດ ວ່າດ້ວຍຄວາມເປັນອິດສະຫລະຂອງທະນາຍຄວາມ ແລະ ຜູ້ພິພາກສາ “ຢ່າແຊກແຊງກິດຈະການພາຍໃນຂອງຟີລິບປິນ”.
ການໂຈມຕີຢ່າງຮຸນແຮງດັ່ງກ່າວຂອງປະທານາທິບໍດີຟີລິບປິນມີຂຶ້ນຫລັງທ່ານ ດິເອໂກ ກາເຊຍ ຊາຍັນ ຜູ້ຂຽນລາຍງານດ້ານເສລີພາບຂອງຜູ້ພິພາກສາ ແລະ ທະນາຍຄວາມຂອງ UN ລະບຸເຖິງການຕັດສິນປົດປະທານສານສູງສຸດຟີລິບປິນອອກຈາກຕຳແໜ່ງໃນເດືອນກ່ອນວ່າ: ເປັນການສົ່ງສັນຍານອັນຢ້ານກົວໄປຍັງສະມາຊິກໃນຂະບວນການຍຸຕິທຳຄົນອື່ນໆ ໂດຍສານສູງສຸດຟີລິບປິນໄດ້ມີຄຳຕັດສິນໃນເດືອນກ່ອນໃຫ້ປົດທ່ານ ມາເຣຍ ເລີເດສ ເຊເຣໂນ ປະທານສານສູງສຸດ ຜູ້ທີ່ທ່ານ ດູເຕີເຕ ລະບຸວ່າ ເປັນສັດຕູ ຫລັງລົງຄະແນນສຽງປະຕິເສດນະໂຍບາຍຂອງລັດຖະບານ ອອກຈາກຕຳແໜ່ງ.
ທັງນີ້, ປະທານາທິບໍດີຟີລິບປິນຍັງບໍ່ສົນໃຈແຮງກົດດັນຂອງນາໆຊາດຕໍ່ການກວາດລ້າງຜູ້ເຫັນຕ່າງ. ນອກຈາກນີ້ ຍັງເປັນຜູ້ດຳເນີນນະໂຍບາຍ ໂດຍບໍ່ສົນໃຈອາເມລິກາໃນຍຸກຂອງທ່ານ ບາຣັກ ໂອບາມາ ລວມທັງຕຳນິຜູ້ຂຽນລາຍງານຂອງ UN ໃນບັນຫາການຄາດຕະກຳສານເຕ້ຍໃນສົງຄາມຕໍ່ສູ້ຢາເສບຕິດ ນະໂຍບາຍສຳຄັນຂອງປະທານາທິບໍດີ ດູເຕີເຕ.

