ໂອມິຄຣອນ ພົ່ນພິດສັ່ງເລື່ອນເກມ ລີເວີພູລ-ລິດສ, ວູບແຮມຕັນ-ວັດຟອດ ຮຽບຮ້ອຍແລ້ວ

ການແຂ່ງຂັນພຣີເມຍລີກ ອັງກິດ ນັດບ໊ອກຊິງເດ ລະຫວ່າງ ລີເວີພູລ ກັບ ລິດສ ຢູໄນເຕັດ ແລະ ວູບແຮມຕັນ ວັນເດີເຣີ ກັບ ວັດຟອດ ເຊິ່ງມີກຳນົດຈະແຂ່ງຂັນກັນໃນວັນອາທິດທີ 26 ທັນວານີ້ ຕ້ອງໄດ້ຖືກເລື່ອນໄປຮຽບຮ້ອຍຕາມຄຳຮ້ອງຂອງລິດສ ຢູໄນເຕັດ ແລະ ວັດຟອດ ທີ່ຖືກວິກິດ ໂຄວິດ-19 ສາຍພັນໂອໄມຄຣອນ ໂຈມຕີຈົນເກືອບບໍ່ເຫລືອນັກເຕະໃຫ້ໃຊ້ງານ.

ເດລີ ເມລ ສື່ດັງຂອງອັງກິດ ລາຍງານວ່າ ລິດສ ແລະ ວັດຟອດ ໄດ້ຍື່ນຄຳຮ້ອງຂໍເລື່ອນເກມທີ່ພວກເຂົາຈະພົບກັບ ລີເວີພູລ ແລະ ວູບແຮມຕັນ ຕາມລຳດັບຢ່າງເປັນທາງການໃນອາທິດນີ້ ແລະ ພຣີເມຍລີກ ກໍອະນຸມັດຕາມຄຳຂໍ ຫລັງພິຈາລະນາວ່າ ທັງສອງທີມບໍ່ຢູ່ໃນສະພາບທີ່ຈະສາມາດລົງແຂ່ງຂັນໄດ້.

ຖະແຫລງການຂອງພຣີເມຍລີກ ລະບຸວ່າ ‘‘ ຫລັງການຍື່ນຄຳຮ້ອງຂໍເລື່ອນການແຂ່ງຂັນຂອງ ລິດສ ຢູໄນເຕັດ ແລະ ວັດຟອດ ອັນເປັນຜົນມາຈາກ ໂຄວິດ-19 ເຮົາຈຶ່ງໄດ້ມີການຮຽກປະຊຸມຄະນະບໍລິຫານພຣີເມຍລີກໃນຕອນເຊົ້າມື້ນີ້ (ວັນທີ 23) ແລະ ຕົກລົງທີ່ຈະເລື່ອນເກມບ໊ອກຊິງເດຂອງທັງ 2ສະໂມສອນ ເກມ 2 ໂດຍນັດດ່ັງກ່າວຄືເກມລະຫວ່າງ  ວູບ ກັບ ວັດຟອດ ແລະ ລີເວີພູລ ກັບ ລິດສ ເຊິ່ງມີກຳນົດລົງສະຫນາມໃນເວລາ 12:30 ນາທີ ຕາມເວລາບ້ານເຮົາ ’’.