ເປີດຂະບວນຂີ່ລົດຖີບເພື່ອສະຫລອງວັນສ້າງຕັ້ງອີທີແອລຄົບຮອບ 17 ປີ

ເຊົ້າວັນທີ 2 ກັນຍານີ້, ທີ່ນະຄອນຫລວງວຽງຈັນ, ໄດ້ ຈັດງານສະເຫຼີມສະຫຼອງວັນ ສ້າງ ຕັ້ງໂທລະຄົມລາວ (ອີທີແອລ) ຄົບຮອບ 17 ປີ, ດ້ວຍການຂີ່ລົດ ຖີບ ອ້ອມນະຄອນຫຼວງວຽງ ຈັນ, ຊຶ່ງນໍາໂດຍຜູ້ອໍານວຍການໃຫຍ່ບໍລິສັດດັ່ງກ່າວ, ມີຄະນະບໍລິ ຫານ, ພະນັກງານ ແລະ ມວນຊົນ ເຂົ້າ ຮ່ວມເປັນຈຳນວນຫລາຍ.

 

 

 

 

+ ຢືນຢັນແລ້ວ Apple ຈະເປີດໂຕ iPhone 8 ໃນວັນທີ 12 ກັນຍານີ້

+ ສະເຫລີມສະຫລອງວັນສ້າງຕັ້ງສານປະຊາຊົນຄົບຮອບ 35 ປີ

 

ຮອງອຳນວຍການໃຫຍ່ ບໍລິສັດ ມີຄຳເຫັນໃນພິທີວ່າ: ຕະຫຼອດໄລຍະ 17 ປີຜ່ານມາ, ອີທີແອລ ໄດ້ພັດທະນາການ ບໍລິ ການຫຼາຍຢ່າງເຊັ່ນ: ໂທລະສັບ ຕັ້ງໂຕະ-ແຟັກ, ໂທລະສັບມືຖື, ອິນເຕີເນັດ, ສາຍເຊົ່າທັງພາຍໃນ ແລະ ຕ່າງປະເທດໃຫ້ແກ່ສັງຄົມ ແລະ ໃນອານາຄົດ, ພາຍໃຕ້ຮູບ ແບບບໍລິສັດຮ່ວມທຶນຈະສືບຕໍ່ ພັດທະນາ ແລະ ປັບປຸງລະບົບ ເຄື່ອຂ່າຍຂອງ ຕົນດ້ວຍເຕັກ ໂນໂລຊີທີ່ທັນສະໄໝເພື່ອຕອບ ສະໜອງ ຄວາມຮຽກຮ້ອງຕ້ອງ ການຂອງສັງຄົມດ້ວຍຄວາມ ເພິ່ງພໍໃຈ.

 

 

 

ເພື່ອໃຫ້ການດໍາເນີນ ງານ ຂອງ (ETL), ສາ ມາດເຂົ້າ ເຖິງແຫຼ່ງ ທຶນໃນການຂະຫຍາຍ ແລະ ພັດທະນາເຄື່ອຂ່າຍ ໂທ ລະຄົມມະນາຄົມໄດ້ ຢ່າງຕໍ່ ເນື່ອງ, ລັດຖະບານລາວ ໄດ້ຫັນ ບໍລິສັດ    ອີທີແອລ (ETL) ມາ ເປັນບໍລິສັດ ມະຫາຊົນ ເພື່ອສືບ ຕໍ່ ດຳເນີນທຸລະກິດ ໃຫ້ມີປະສິດ ທິພາບສູງຄ່ຽງຄູ່ກັບການເຕີບ ໃຫຍ່ ຂະຫຍາຍຕົວທາງດ້ານ ຄົມມະນາຄົມໃນລາວ ແລະ ມາຮອດວັນທີ 31 ສິງຫາ 2016 ລັດຖະບານລາວ ໄດ້ເຊັນສັນ ຍາຮ່ວມທຶນກັບ ບໍລິສັດ ເຈຍຟູ ໂຮນດິງ ລິມິເຕັດ ຂອງຮົງກົງ ແລະ ໄດ້ປ່ຽນຮູບແບບບໍລິສັດ ມະຫາຊົນ ເປັນບໍລິສັດຈຳກັດ ໃນອັດຕາສ່ວນການຖືຮຸ້ນຄືລັດ ຖະບານລາວ 49% ແລະ ບໍລິສັດ ເຈຍຟູ ໂຮນດິງ ລິມິເຕັດ 51%, ເຊິ່ງໄດ້ປະກາດສ້າງຕັ້ງ ບໍລິສັດ ອີທີແອລ ຈໍາກັດ ຢ່າງເປັນທາງ ການໃນວັນທີ 8 ສິງຫາຜ່ານ ມານີ້.