ຮອງປະທານສະພາແຫ່ງຊາດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊສົມບູນ

ທ່ານ ພົນໂທ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາຂະບວນການ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ  ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນລະຫວ່າງວັນທີ 13-14  ກໍລະກົດນີ້ ໂດຍການຕ້ອນຮັບຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ​ ​ແລະ ​ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ​ພະ​ແນ​ກ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຢູ່ແຂວງຂອງ​ຕົນ. ໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ທ່ານ​ເຈົ້າ​ແຂວງ​ກ່າວ​ວ່າ: ​ໃນ 6 ​ເດືອນ​ຜ່ານ​ມາ​ຍ້ອນ​ຜົນ​ກະທົບ​ຈາກ​ການລະບາດພະຍາດ​ໂຄ​ວິດ-19 ​ເຮັດ​ໃຫ້ອັດຕາເຕີບໂຕເສດຖະກິດມະຫາພາກ ​ໄດ້​ພຽງ 3 %, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸກວ່າ 508 ຕື້ກີບ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ກໍໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ, ວຽກງານວັດທະນະທຳ-ສັງຄົມມີຄວາມໜັກແໜ້ນເຂັ້ມແຂງ ເປັນກ້າວໆ.

ສ່ວນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ມາ​ຮອດປັດຈຸບັນບັນດາຮາກຖານພັກ, ຄະນະພັກຮາກຖານ, ອົງຄະນະພັກເມືອງ, ກອງບັນຊາການ ປກສ-ປກຊ ແລະ ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນແມ່ຍິງ ແຂວງ ໄດ້ສຳເລັດ 100 %. ການກະກຽມເນື້ອໃນກອງປະຊຸມໃຫຍ່ ກໍໄດ້ປະຕິບັດຕາມວິທີການ ແລະ ຂັ້ນຕອນ ທີ່​ລະບຸ​ໄວ້ ແລະ ດ້ານບຸກຄະລາກອນ ກໍມີຜົນສຳເລັດ ໂດຍພື້ນຖານ.

​ໃນໂອກາດດັ່ງກ່າວ ທ່ານ ຮອງ​ປະທານ​ສະພາ  ໄດ້ມີຄຳເຫັນໂອ້ລົມ ເນັ້ນໃຫ້​ແຂວງສຸມໃສ່ກະກຽມດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນໃຫ້ສຳເລັດ ຕາມທີ່ກຳນົດໄວ້ ທັງຮັບປະກັນຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ. ພ້ອມນີ້ ທ່ານໄດ້ເນັ້ນ​ໃຫ້​ສືບຕໍ່ປ້ອງກັນໂຄວິດ-19 ໃຫ້ທົ່ວສັງຄົມມີຄວາມເປັນເຈົ້າການສູງ ເພື່ອສະກັດ​ກັ້ນບໍ່ໃຫ້ພະຍາດ ດັ່ງກ່າວ ກັບມາແຜ່ລະບາດອີກເທື່ອໃໝ່, ທັງຍູ້ແຮງຂະບວນການສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ໂດຍຮັບປະກັນລັກສະນະນຳໜ້າ ແລະ ນຳພາ ຢ່າງມີປະສິດທິພາບ.

ຕໍ່ມາໃນຕອນເຊົ້າຂອງວັນທີ 14 ກໍລະກົດ ທ່ານ ຮອງ​ປະທານ​ສະພາ ພ້ອມຄະນະ ໄດ້ພົບປະພະນັກງານຫຼັກແຫຼ່ງ ຂອງແຂວງໄຊສົມບູນ ທີ່ສະໂມສອນເມືອງອະນຸວົງ ຕື່ມອີກ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ