ທາງການອາເມລິກາຮັບລາຍງານ ກວດພົບເອກະສານລັບຢູ່ເຮືອນພັກອະດີດຮອງປະທານາທິບໍດີ ໄມ ເພນ

ວັນທີ 24 ມັງກອນ, ທາງການອາເມລິກາໄດ້ຮັບລາຍງານການກວດພົບເອກະສານລັບຢູ່ເຮືອນພັກຂອງອະດີດປະທານາທິບໍດີ ໄມ ເພນ ໃນລັດອິນດີແອນາຈໍານວນໜຶ່ງ ກ່ອນຈະສົ່ງມອບໃຫ້ໜ່ວຍ FBI ກວດສອບ ແລະ ສົ່ງມອບໃຫ້ຫໍຈົດໝາຍເຫດແຫ່ງຊາດອາເມລິກາຕໍ່ໄປ.
ເອກະສານລັບດັ່ງກ່າວຖືກຄົ້ນພົບໂດຍທະນາຍຄວາມຂອງທ່ານ ເພນ ໃນອາທິດຜ່ານມາ ກ່ອນຈະແຈ້ງທາງການອາເມລິກາໃຫ້ມາດໍາເນີນການຈັດເກັບເອກະສານຕາມຂັ້ນຕອນຕໍ່ໄປ ໂດຍກົດໝາຍອາເມລິກາກໍານົດໃຫ້ເອກະສານລັບຂອງທໍານຽບຂາວຈະຕ້ອງຖືກຈັດເກັບຢູ່ຫໍຈົດໝາຍເຫດແຫ່ງຊາດອາເມລິກາ ເມື່ອຜູ້ນໍາລະດັບສູງສິ້ນສຸດວາລະການດໍາລົງຕໍາແໜ່ງ.
ສ່ວນຜູ້ແທນຂອງທ່ານ ເພນ ຊີ້ແຈງວ່າ: ເອກະສານລັບຈໍານວນໜຶ່ງຫລົງມາໃນກ່ອງຂອງທ່ານ ເພນ ແລະ ໄດ້ຮັບການຂົນສົ່ງມາເຮືອນພັກຫລັງດັ່ງກ່າວແບບບໍ່ຕັ້ງໃຈໃນໄລຍະທ່ານ ເພນ ໃກ້ໝົດວາລະການດໍາລົງຕໍາແໜ່ງຮອງປະທານາທິບໍດີອາເມລິກາເມື່ອ 2 ປີກ່ອນ.
ໂດຍການກວດພົບເອກະສານລັບໃນຄັ້ງນີ້ເກີດຂຶ້ນຂະນະທີ່ອະດີດປະທານາທິບໍດີ ໂດນັລ ທຣໍາ ແລະ ປະທານາທິບໍດີ ໂຈ ໄບເດນ ກໍາລັງຢູ່ລະຫວ່າງການກວດສອບວ່າ: ພວກທ່ານທັງສອງໄດ້ຈັດການເອກະສານລັບຂອງທາງການອາເມລິກາໃນໄລຍະທີ່ທ່ານ ທຣໍາ ເປັນປະທານາທິບໍດີ ແລະ ໄລຍະທີ່ທ່ານ ໄບເດນ ເປັນຮອງປະທານາທິບໍດີໄດ້ຢ່າງເໝາະສົມ ຫລື ບໍ່ ເພາະສິ່ງນີ້ກ່ຽວຂ້ອງກັບຄວາມໝັ້ນຄົງຂອງປະເທດຢ່າງຫລີກລ່ຽງບໍ່ໄດ້ ແລະ ອາດສົ່ງຜົນກະທົບຕໍ່ການພົວພັນຂອງປະເທດອື່ນໆ ຖ້າເອກະສານລັບມີການຫລຸດ ຫລື ເຜີຍແພ່ອອກໄປ.
ອ້າງອີງ:
https://www.bbc.com/news/world-us-canada-64392871

