ຄົນຮ້າຍກໍ່ເຫດລະເບີດຂ້າຕົວຕາຍ ຢູ່ໂຮງຮຽນສອນເພີ່ມໃນກາບູນ ເສຍຊີວິດຢ່າງໜ້ອຍ 23 ຄົນ

ເກີດເຫດລະເບີດຂ້າຕົວຕາຍຢູ່ໂຮງຮຽນສອນເພີ່ມໃນນະຄອນຫລວງກາບູນຂອງອັບການິດສະຖານ ເບື້ອງຕົ້ນມີຜູ້ເສຍຊີວິດຢ່າງໜ້ອຍ 23 ຄົນ ຍັງບໍ່ມີຝ່າຍໃດອອກມາອ້າງຄວາມຮັບຜິດຊອບ.
ສຳນັກຂ່າວອັລຈາຊີຣາລາຍງານວ່າ: ເຫດການລະເບີດເກີດຂຶ້ນຢູ່ໂຮງຮຽນສອນເພີ່ມ Kaaj ເຊິ່ງຕັ້ງຢູ່ໃນເຂດ Dasht-Barchi ທາງຕາເວັນຕົກຂອງນະຄອນຫລວງກາບູນ ເມືອງຫລວງອັບການິດສະຖານ ເມື່ອເວລາປະມານ 7:30 ໂມງ ຂອງວັນທີ 30 ກັນຍາ ຕາມເວລາທ້ອງຖິ່ນ.
ທ່ານ ຄາລິດ ຊາດຣານ ໂຄສົກຕຳຫລວດກາບູນ ເປີດເຜີຍວ່າ: ຄົນຮ້າຍຈູດສະນວນລະເບີດຂ້າຕົວຕາຍ ໃນຂະນະນັກຮຽນມັດທະຍົມປາຍຈຳນວນໜຶ່ງກຳລັງຝຶກເຮັດແບບຝຶກຫັດຢູ່ໃນຫ້ອງຮຽນ ເພື່ອກຽມສອບເຂົ້າມະຫາວິທະຍາໄລ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ ແລະ ໄດ້ຮັບບາດເຈັບ 27 ຄົນ. ເຖິງຢ່າງໃດກໍຕາມ ຍັງບໍ່ສາມາດລະບຸໄດ້ວ່າກຸ່ມໃດຢູ່ເບື້ອງຫລັງການກໍ່ເຫດ.
ໃນເວລາຕໍ່ມາ, CNN ໄດ້ອອກມາລາຍງານອ້າງການເປີດເຜີຍຂອງເຈົ້າໜ້າທີ່ໃນໂຮງໝໍ Ali Jinah ເຊິ່ງຢູ່ໃກ້ສະຖານທີ່ເກີດເຫດວ່າ: ມີຜູ້ເສຍຊີວິດທີ່ຖືກນຳສົ່ງມາໂຮງໝໍແລ້ວ 23 ຄົນ ແລະ ໄດ້ຮັບບາດເຈັບ 36 ຄົນ ໂດຍຄາດວ່າຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບອາດເພີ່ມຂຶ້ນອີກ.
ສຳລັບໂຮງຮຽນສອນເພີ່ມ Kaaj ເປັນໂຮງຮຽນສອນເພີ່ມຂອງເອກະຊົນ ທີ່ເປີດສອງທັງນັກຮຽນຊາຍ ແລະ ນັກຮຽນຍິງ ໂດຍມີນັກຮຽນປະມານ 500 ຄົນ ແລະ ເປັນໂຮງຮຽນສອນເພີ່ມພຽງບໍ່ເທົ່າໃດແຫ່ງທີ່ຫລົງເຫລືອຢູ່ໃນອັບການິດສະຖານ ເຊິ່ງເປີດສອນນັກຮຽນທີ່ເປັນຜູ້ຍິງນຳ ຫລັງຈາກກຸ່ມຕາລີບັນຫວນມາຄອງອຳນາດໃນອັບການິດສະຖານ ແລະ ມີການກີດກັນການຮຽນໜັງສືສຳລັບເດັກຜູ້ຍິງ.
ອ້າງອີງ:
https://www.aljazeera.com/news/2022/9/30/at-least-19-killed-in-kabul-blast-authorities
https://edition.cnn.com/2022/09/30/asia/kabul-explosion-education-center-intl-hnk/index.html

