ໂຣມາໂນ ຢືນຢັນ ເຊລຊີ ປາດໜ້າ ອາເຊນອລ ໄດ້ ມູດຣິກ ເສີມເກມບຸກ

ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງຢືນຢັນວ່າ ເຊລຊີ ປາດໜ້າ ອາເຊນອລ ໃນການຊື້ ມິໄຄໂລ ມູດຣິກ ປີກຊ້າຍຂອງ ຊັກຕາ ໂດເນສ ມາຮ່ວມທີມດ້ວຍຄ່າຕົວລວມ 100 ລ້ານຢູໂຣ.

ສຳລັບ ມູດຣິກ ຄືເປົ້າມຫາຍເສີມທີມອັນດັບຫນຶ່ງຂອງ ອາເຊນອລ ໃນຕະຫລາດນັກເຕະໜ້າໜາວນີ້ ເຊ່ິງທີ່ຜ່ານມາ ພວກເຂົາຍື່ນຂໍ້ສະເໜີໃຫ້ກັບ ຊັກຕາ ຫລາຍຄັ້ງ ແຕ່ຍັງບໍ່ສາມາດຕົກລົງກັນໄດ້.

ຫລ້າສຸດເມື່ອວັນທີ 14 ມັງກອນມີລາຍງານວ່າ ເຊລຊີ ທີມຮ່ວມເສິກພຣີເມຍລີກໄດ້ຕິດຕໍ່ໂດຍກົງໄປຫາຊັກຕາ ແບບຟ້າຜ່າເພື່ອຫວັງຄວ້າຕົວ ມູດຣິກ ມາເສີມທີມ ແລະ ໃນມື້ດຽວກັນ ທັງສອງສະໂມສອນກໍອອກຖະແຫລງການວ່າ ພວກເຂົາພວມເຈລະຈາໃນການຊື້-ຂາຍ ຂອງກອງໜ້າທີມຊາດຢູເຄຣນລາຍນີ້ຢູ່ ແລະ ໃກ້ທີ່ຈະສຳເລັດແລ້ວ.

ຈົນຫລ້າສຸດ ໂຣມາໂນ ເປີດເຜີຍວ່າ ເຊລຊີ ກຽມປິດບັນຊີໃນການຊື້ ມູດຣິກ ມາເສີມທີມດ້ວຍຄ່າຕົວລວມ 100 ລ້ານຢູໂຣ ຫລັງ ຊັກຕາ ໂດເນສ ຕອບຮັບຂໍ້ສະເໜີດັ່ງກ່າວແລ້ວ ຂະນະທີ່ນັກເຕະຈະເຊັນສັນຍາກັບເຊລຊີ ເປັນເວລາ 7 ປີເຄິ່ງ ຫລື ເຖິງເດືອນມິຖຸນາ 2030.