ໄນກີ້ ຮັບຊັບ ຫລັງ ໄທເກີ ວູດ ຄວ້າແຊ້ມ

ເອເພັກ ມາເກັດຕິງ ລະບຸວ່າ: ໄຊຊະນະໃນວັນທີ 14 ເມສາ ຂອງ ໄທເກີ ວູດ ຖືເປັນໄຊຊະນະຂອງ ໄນກີ້ ຜູ້ຜະລິດເສື້ອຜ້າ ແລະ ອຸປະກອນກິລາລາຍໃຫຍ່ຂອງໂລກນຳ ໂດຍໃນການແຂ່ງຂັນ ເດິມາສເຕີ 2019 ນີ້ ໄນກີ້ ມີລາຍໄດ້ປະມານ 22.540.000 ໂດລາ.
ໄທເກີ ວິດ ນັກກ໊ອຟເຊື້ອສາຍໄທ-ອາເມລິກາ ຄວ້າແຊ້ມ ເດິ ມາສເຕີ 2019 ໂດຍ ໄທເກີ ວູດ ລົງແຂ່ງໃນວັນທີ 4 ເຊິ່ງເປັນວັນສຸດທ້າຍ ມີຄະແນນລວມ -11 ຕາມຜູ້ນຳຄື ຟຣານເຊສໂກ ໂມລິນາຣີ ຢູ່ 2 ສະໂຕກ ແລະ ເຮັດເບີດີ້ເພີ່ມອີກ 6 ຂຸມ ແລະ ໂບກີ້ 4 ຂຸມ ເຮັດຄະແນນເພີ່ມ -2 ເຮັດໃຫ້ຈົບ 4 ວັນໄດ້ຄະແນນລວມ -13 ຊະນະນັກກ໊ອຟອີກສາມຄົນທີ່ໄດ້ອັນດັບສອງຮ່ວມກັນໄປພຽງ 1 ສະໂຕກ.
ໄທເກີ ວູດ ຖືເປັນແຊ້ມເດິ ມາສເຕີ ທີ່ອາຍຸຫລາຍທີ່ສຸດໃນຮອບ 33 ປີ ຄືນັບແຕ່ປີ 1986 ທີ່ ແຈັກ ນິກຄອດ ຄວ້າແຊ້ມຄັ້ງທີ 6 ໃນໄວ 46 ປີ, ແຕ່ ໄທເກີ ວູດ ຍັງມີເວລາທີ່ຈະສ້າງສະຖິຕິທຽບເທົ່າກັບທີ່ ນິກຄອດ ເຮັດໄວ້ໃນລາຍການນີ້ ທັງໃນສ່ວນຂອງອາຍຸ ແລະ ຈຳນວນຄັ້ງທີ່ຄວ້າແຊ້ມ ເຊິ່ງ ນິກຄອດ ເຮັດໄວ້ 6 ຄັ້ງ. ອີກທັງ ໄທເກີ ວູດ ຍັງຕາມຫລັງຈຳນວນແຊ້ມເມເຈີຫລາຍທີ່ສຸດໃນວົງການກ໊ອຟ ເຊິ່ງ ນິກຄອດ ເຮັດໃຫ້ 18 ລາຍການ.
ສ່ວນ ໄນກີ້ ເຊິ່ງເປັນຜູ້ສະໜັບສະໜູນເສື້ອ, ໂສ້ງ, ເກີບ ແລະ ໝວກທີ່ ໄທເກີ ວູດ ໃສ່ ຮັບຜົນປະໂຫຍດໄປເຕັມໆຈາກໄຊຊະນະຄັ້ງນີ້ຂອງລາວ ໂດຍເສື້ອຜ້າ ແລະ ໝວກແບບ ໄທເກີ ວູດ ໃສ່ຊ່ວງລົງສະໜາມແຂ່ງຂາຍໝົດໃນເວລາວ່ອງໄວທາງເວັບໄຊຂອງ ໄນກີ້.
ນອກຈາກນີ້, ເອເພັກ ມາເກັດຕິງ ຍັງຕີລາຄາວ່າ: ມອນສະເຕີ ອີເນີຢີ ໄດ້ເງິນຈາກການເປັນຜູ້ສະໜັບສະໜູນຖົງກ໊ອຟໃຫ້ ໄທເກີ ວູດ ໄປປະມານ 958.333 ໂດລາ, ສ່ວນ ບຣິດສະໂຕນ ມີລາຍໄດ້ໃນຖານະເປັນຜູ້ສະໜັບສະໜູນລູກກ໊ອຟໃຫ້ ໄທເກີ ວູດ ປະມານ 134.167 ໂດລາ.

