ອິນໂດເນເຊຍຜ່ານກົດໝາຍ ປູທາງຍ້າຍເມືອງຫລວງໄປເກາະບໍນຽວ ໃສ່ຊື່ “ນູຊັນຕາຣາ”

ວັນທີ 18 ມັງກອນ 2022, ທ່ານ ຊູຮາໂຊ ໂມໂນອາຟາ ລັດຖະມົນຕີກະຊວງການວາງແຜນພັດທະນາປະເທດຂອງອິນໂດເນເຊຍ ລະບຸວ່າ: ລັດຖະສະພາຂອງອິນໂດເນເຊຍຜ່ານກົດໝາຍຍ້າຍເມືອງຫລວງຈາກນະຄອນຫລວງຈາກາຕາ ໄປພື້ນທີ່ທີ່ເຕັມໄປດ້ວຍປ່າໃນແຂວງກາລິມັນຕັນຕາເວັນອອກ ໃນເກາະບໍນຽວ ເມືອງຫລວງແຫ່ງໃໝ່ນີ້ຈະມີຊື່ວ່າ: “ນູຊັນຕາຣາ” ເຊິ່ງແປວ່າ: “ໝູ່ເກາະ” ຫລື ໃນທີ່ນີ້ໝາຍເຖິງໝູ່ເກາະອິນໂດເນເຊຍ ຊື່ນີ້ໄດ້ຮັບເລືອກໂດຍທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ.
ກົດໝາຍກ່ຽວກັບເມືອງຫລວງໃໝ່ນີ້ຈະກຳນົດກອບທາງກົດໝາຍສຳລັບໂຄງການເມກະໂປເຈັກມູນຄ່າ 3,2 ໝື່ນລ້ານໂດລາສະຫະລັດ ຂອງປະທານາທິບໍດີ ວິໂດໂດ ວ່າການພັດທະນາເມືອງຫລວງໃໝ່ຈະໄດ້ຮັບເງິນທຶນ ແລະ ຖືກກຳກັບແນວໃດ.
ຂະນະທີ່ລັດຖະມົນຕີການເງິນຂອງອິນໂດເນເຊຍ ລະບຸວ່າ: ການກໍ່ສ້າງເມືອງຫລວງໃໝ່ຈະມີ 5 ໄລຍະ, ໄລຍະທຳອິດ ເຊິ່ງເນັ້ນການພັດທະນາທີ່ສຳຄັນທີ່ສຸດເຊັ່ນ: ການເຂົ້າເຖິງສະຖານທີ່ໃໝ່ໆ ໂດຍການສ້າງຖະໜົນ ຫລື ທ່າເຮືອນັ້ນຈະຢູ່ໃນໄລຍະປີ 2022-2024, ຂະນະທີ່ໄລຍະສຸດທ້າຍກຳນົດສຳເລັດໃນປີ 2045.
ແຜນການຍ້າຍເມືອງຫລວງອອກຈາກນະຄອນຫລວງຈາກາຕາ ມະຫານະຄອນເຊິ່ງມີປະຊາກອນ 10 ລ້ານຄົນ ທີ່ປະສົບບັນຫາຄວາມແອອັດ, ນ້ຳຖ້ວມ ແລະ ມົນລະພິດທາງອາກາດມາຢ່າງຍາວນານ ຖືກສະເໜີໂດຍປະທານາທິບໍດີຫລາຍຄົນ ແຕ່ບໍ່ມີປະທານາທິບໍດີຄົນໃດສາມາດເຮັດໃຫ້ຄືບໜ້າມາໄດ້ເຖິງພຽງນີ້. ຂະນະທີ່ປະທານາທິບໍດີ ໂຈໂກ ວິໂດໂດ ປະກາດແຜນການຍ້າຍເມືອງຫລວງນັບແຕ່ປີ 2019 ແຕ່ຄວາມຄືບໜ້າກໍຊັກຊ້າອອກໄປດ້ວຍເຫດຈາກສະຖານະການໂຄວິດ.
ອ້າງອີງ:
https://www.reuters.com/…/indonesia-passes-law…/

