ທ່ານ ແມັກຄາທີ ຮັບຕຳແໜ່ງປະທານສະພາ ຜູ້ແທນລາຊະດອນຄົນໃໝ່ຂອງອາເມລິກາ ຫລັງຊະນະການລົງຄະແນນຮອບທີ 15

ວັນທີ 7 ມັງກອນ, ທ່ານ ເຄວິນ ແມັກຄາທີ ອາຍຸ 57 ປີ ຈາກພັກຣີພັບລິກັນ ໄດ້ຮັບເລືອກໃຫ້ເປັນປະທານສະພາຜູ້ແທນລາຊະດອນອາເມລິກາຄົນໃໝ່ ຫລັງຊະນະການລົງຄະແນນສຽງຮອບທີ 15 ໃນຕອນທ່ຽງວັນທີ 7 ມັງກອນນີ້ ຕາມເວລາປະເທດລາວ.

ໄລຍະ 4 ວັນຜ່ານມາ, ການເມືອງຂອງອາເມລິກາຢູ່ໃນສະພາບບໍ່ຄ່ອຍດີ ເມື່ອບໍ່ມີຜູ້ສະໝັກທ່ານໃດຈາກພັກຣີພັບລິກັນ ແລະ ພັກເດໂມແຄຣດ ໄດ້ຮັບຄະແນນສຽງສ່ວນຫລາຍເຖິງ 218 ຄະແນນສຽງຈະພຽງພໍໃຫ້ໄດ້ຮັບໄຊຊະນະໃນການເລືອກປະທານສະພາຕໍ່າອາເມລິກາ ຈົນເຮັດໃຫ້ຕ້ອງມີການລົງຄະແນນສຽງສູງເຖິງ 15 ຄັ້ງ ຖືເປັນການລົງຄະແນນສຽງເລືອກປະທານສະພາຕໍ່າທີ່ຍາວນານສຸດໃນຮອບ 160 ກວ່າປີຂອງອາເມລິກາ.

ໂດຍໃນການລົງຄະແນນສຽງຄັ້ງທີ 14 ເຊິ່ງມີຂຶ້ນໃນເຊົ້າວັນທີ 7 ມັງກອນນີ້ ໄດ້ເກີດເຫດວຸ້ນວາຍເລັກໜ້ອຍ ເຊິ່ງເວລານັ້ນທ່ານ ແມັກຄາທີ ເຫລືອອີກພຽງຄະແນນດຽວຈະສາມາດຂຶ້ນດໍາລົງຕໍາແໜ່ງປະທານສະພາຕໍ່າໄດ້ສຳເລັດ, ແຕ່ທ່ານ ແມັດ ແກດ ສສ ຟໍຣິດາ ຂອງພັກຣີພັບລິກັນ ຍັງບໍ່ຍອມລົງຄະແນນສຽງສະໜັບສະໜູນທ່ານ ແມັກຄາທີ ເທື່ອ ຈົນໃນຕອນນັ້ນທ່ານ ແມັກຄາທີ ໄດ້ຕັດສິນໃຈຍ່າງເຂົ້າໄປໂອ້ລົມກັບທ່ານ ແມັດ ແກດ ເພື່ອຂໍໃຫ້ທ່ານຍອມລົງຄະແນນສຽງໃຫ້, ແຕ່ທ່ານ ແມັດ ແກດ ຍັງຢືນຢັນບໍ່ປ່ຽນໃຈ ຈົນເຮັດໃຫ້ທ່ານ ໄມ ໂຣເຈີ ສສ ອີກທ່ານໜຶ່ງຈາກພັກຣີພັບລິກັນ ຍ່າງເຂົ້າໄປຫາທ່ານ ແມັດ ແກດ ກ່ອນຈະມີຄົນດຶງທ່ານເອົາໄວ້.

ເຖິງວ່າທີ່ສຸດແລ້ວທ່ານ ແມັກຄາທີ ຈະຊະນະການລົງຄະແນນສຽງຄັ້ງທີ 15 ແຕ່ສິ່ງທີ່ເກີດຂຶ້ນຖືເປັນການສະທ້ອນໜຶ່ງທີ່ເຮັດໃຫ້ອາດຄາດຄະເນໄດ້ວ່າ ການດໍາລົງຕໍາແໜ່ງຂອງທ່ານຈະຜະເຊີນຄວາມຍາກລຳບາກຢ່າງແນ່ນອນ.