ແມນຢູ ເຊັນສັນຍາ ບັດແລນ ປະຕູສຳຮອງແທນ ດູບຣາຟກ້າ ຢ່າງເປັນທາງການ

ແມນເຊສເຕີ ຢູໄນເຕັດ ໄດ້ ແຈັກ ບັດແລນ ປະຕູດີກຣີທີມຊາດອັງກິດ ມາເສີມທີມລາຍທຳອິດໃນຕະຫລາດຫນ້າໜາວ.

ແມນເຊສເຕີ ຢູໄນເຕັດ ປະກາດຢືນຢັນຄວ້າ ແຈັກ ບັດແລນ ຜູ້ຮັກສາປະຕູສຳຮອງ ຄຣິສຕັລ ພາເລດ ມາເຂົ້າຖິ່ນ ໂອນ ແທຣັບຟອດ ຢ່າງເປັນ ທາງການແລ້ວເມື່ອວັນສຸກທີ 6 ມັງກອນ ໂດຍເປັນຮູບແບບການຢືມຕົວ 6 ເດືອນ ແລະ ບໍ່ມີເງື່ອນໄຂຊື້ຂາດ.

ແມນຢູ ຈຳເປັນຕ້ອງຫາປະຕູຄົນໃຫມ່ ຫລັງ ນິວຄາສເຊິລ ຢູໄນເຕັດ ດຶງ ມາຕິນ ດູບຣາຟກ້າ ກັບໄປແລ້ວ ກ່ອນໄດ້ ບັດແລນ ມາຄອຍເປັນຕົວສຳ ຮອງໃຫ້ກັບ ດາບິດ ເດ ເຄອາ ປະຕູມືຫນຶ່ງຊາວສະເປນ ຂະນະທີ່ ທອມ ຮີຕັນ ຈະເປັນມືສາມຂອງທີມ.

ບັດແລນ ເປັນການເສີມທີມລາຍທຳອິດຂອງ ແມນຢູ ໃນໄລຍະເປີດຕະຫລາດໜ້າໜາວ ໂດຍລາຍງານຕໍ່ໄປຄົງຈະເປັນກອງໜ້າ  ຕາມທີ່ ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນທີແລນຕ້ອງການ ຫລັງຈາກທີ່ແຍກທາງກັບ ຄຣິສຕຽນໂນ ໂຣນັລໂດ ດາວຍິງທີມຊາດໂປຣຕຸເກສ ເມື່ອເດືອນຜ່ານມາ.

ບັດແລນ ເປີດຫລັງເປີດຕົວວ່າ : “  ນີ້ຄືສະໂມສອນທີ່ໜ້າອັດສະຈັນ ແລະ ຕອນນີ້ຂ້ອຍພູມໃຈທີ່ໄດ້ມາຫລິ້ນຢູ່ນີ້ ຂ້ອຍຕັ້ງຕາຄອຍຖ້າທີ່ຈະໄດ້ຮ່ວມງານ ກັບກຸ່ມຜູ້ຮັກສາປະຕູທີ່ເຫລືອເຊື່ອ ສະໜັບສະໜູນເຊິ່ງກັນ ແລະ ກັນ ທຸກມື້ເພື່ອສ້າງສະພາບແວດລ້ອມການຝຶກຊ້ອມ ແລະ ການຫລິ້ນທີ່ດີສຳລັບທີມ ”.

ສຳລັບ ບັດແລນ ອາຍຸ 19 ປີ ເຄີຍຕິດທີມຊາດອັງກິດມາແລ້ວ 9 ນັດ ແຕ່ລະດູການນີ້ເປັນພຽງຕົວສຳຮອງຂອງ ຄຣິສຕັລ ພາເລດ ໂດຍມື 1 ໃນທີມເປັນ ບີເຊັນເຕ ກວຍຕ້າ ຜູ້ຮັກສາປະຕູຊາວສະເປນ.