ໄດ້ຄົນລະນັບ, ຄຳໂບຊອສ ແລກຫມັດ ໂລເປສ ຢ່າງດຸເດືອດ ກ່ອນຄວ້າແຊ໊ມໂລກຮຸ່ນໄລເວດໄປຄອງ

ການແຂ່ງຂັນຊົກມວຍສາກົນ Matchroom Boxing ໄດ້ຈັດຂຶ້ນໃນວັນເສົາທີ 27 ພະຈິກ ຕາມເວລາທ້ອງຖິ່ນ ທີ່ໂຮງລະຄອນຮູລູ, ລັດນິວຢອກ ປະເທດສະຫະລັດ ອາເມລິກາ.
ຄູ່ເອກລາຍລາຍການ ເປັນການຊີງແຊ໊ມໂລກ ຮຸ່ນ WBA (ຊຸບເປີ), WBC (ແຟຣນໄຊ), IBF, WBO ແລະ The Ring ລະຫວ່າງແຊ໊ມ ເທໂອຟີໂມ ໂລເປສ ນັກຊົກຊາວອາເມລິກາ ເຈົ້າຂອງສະຖິຕິຊະນະລວດ 16 ຄັ້ງ, ໂດຍຊະນະນ໊ອກ 12 ຄັ້ງ ພົບກັບຜູ້ທ້າຊີງ ຈອດ ຄຳໂບຊອສ ຈູເນຍ ນັກຊົກຈາກອອສເຕຣເລຍ ຜູ້ທີ່ສະກົດຄຳວ່າເສຍບໍ່ເປັນເຊັ່ນດຽວກັນ ມາພ້ອມກັບສະຖິຕິຊະນະ 19 ຄັ້ງເປັນການຊະນະນ໊ອກ 10 ຄັ້ງ.
ຈຸດເດັ່ນຂອງການຕໍ່ສູ້ເລີ່ມແຕ່ຍົກທຳອິດ ເມື່ອ ໂລເປສ ທີ່ເປີດເກມເລັ່ງໃສ່ທັນທີ ແຕ່ ກຳໂບຊອສ ສວນຫມັດໃຈ່ເຕັມແຮງຈົນລົ້ມລົງໃຫ້ກຳມະການນັບ. ແຕ່ໂຊກດີທີ່ຫມົດຍົກກ່ອນ ເຮັດໃຫ້ແຊ໊ມເອົາໂຕລວດໄປໄດ້.
ເກມຕໍ່ສູ້ຫຼັງຈາກນັ້ນ ໂລເປສ ເລີ່ມເຄັ່ງຄັດຫຼາຍຂຶ້ນ. ອອກຫມັດສະລັບໃບຫນ້າ ແລະ ລຳຕົວ ສ່ວນຄຳໂບຊອສ ອາໄສຈັງຫວະດັກຊົກ ຊຶ່ງກໍເຂົ້າເປົ້າຫລາຍຫມັດເຊ່ັນດຽວກັນ.
ການຕໍ່ສູ້ໄດ້ສືບຕໍ່ໄປຈົນເຖິງຍົກທີ 10, ເປັນ ໂລເປຊ ທີ່ປ່ອຍຫມັດຂວາ ສົ່ງ ຄຳໂບຊອສ ລົ້ມລົງກັບພື້ນໃຫ້ກຳມະການນັບ. ແຕ່ຜູ້ທ້າຊີງຈາກອົດສະຕຣາລີ ຟື້ນໂຕໄດ້ໄວ. ກ່ອນທີ່ຈະລຸກຂຶ້ນມາລຸຍຕໍ່ຈົນຄົບ 12 ຍົກຢ່າງສຸດມັນ,
ສະຫລຸບການແຂ່ງຂັນ ຄຳໂບຊອສ ເປັນຝ່າຍຊະນະຄະແນນໄປຢ່າງບໍ່ເອກະພາບ 115-111, 113-114 ແລະ 115-112, ກາຍເປັນແຊ໊ມໂລກຮຸ່ນນ້ຳໜັກເບົາຄົນໃໝ່ຂອງ WBA (Super), WBC (ແຟຣນໄຊ), IBF, WBO ແລະ The Ring ພ້ອມຍັດຢຽດຄວາມປະລາໄຊຄັ້ງທຳອິດໃນຊີວິດໃຫ້ ໂລເປສ ໄດ້ສຳເລັດ.

