ຈູດ ເບລລິງແຮມ ຄອງນັກເຕະມູນຄ່າສູງສຸດຂອງໂລກຂະນະນີ້-ຄີລຽນ ເອັມບັບເປ ອັນດັບ 3

ຈູດ ເບລລິງແຮມ ກອງກາງ ຂອງສະໂມສອນ ໂບຣຸສເຊຍ ດອດມຸນ ແລະ ທີມຊາດອັງກິດ ຄອງອັນດັບຫນຶ່ງຂອງນັກເຕະທີ່ມີມູນຄ່າປະ ເມີນຫລາຍທີ່ສຸດໃນໂລກຂະນະນີ້ ສ່ວນ ຄີລຽນ ເອັມບັບເປ ກອງໜ້າ ປາຣີສ ແຊງ ແຊັກແມັງ ແລະ ທີມຊາດຝຣັ່ງຢູ່ໃນອັນດັບສາມ.
CIES Football Observatory ໜ່ວຍງານດ້ານຂໍ້ມູນຂອງວົງການບານເຕະໄດ້ເຜີຍຜົນຈັດອັນດັບຂອງນັກເຕະທີ່ມີມູນຄ່າ ປະເມີນແພງ ສຸດຂອງໂລກໃນຂະນະນີ້ ໂດຍຄຳນວນຈາກປັດໄຈເລື່ອງຂອງຜົນງານ, ອາຍຸ, ຕົ້ນສັງກັດ ແລະ ລີກທີ່ຫລິ້ນຢູ່ ເປັນຕົ້ນ.
ຜົນປາກົດວ່າ ຈູດ ເບລລິງແຮມ ກອງກາງອາຍຸ 19 ປີ ຂອງ ໂບຣຸສເຊຍ ດອດມຸນ ແລະ ທີມຊາດອັງກິດ ເຊິ່ງສະແດງຜົນງານໄດ້ຢ່າງໂດດເດ່ັນໃນປີ 2022 ທີ່ຜ່ານມາ ຄວ້າອັນດັບ 1 ດ້ວຍຄ່າຕົວປະມານ 208,2 ລ້ານຢູໂຣ.
ຂະນະທີ່ອັນດັບ 2 ຄື ຟິລ ໂຟເດັນ ກອງໜ້າ ແມນເຊສເຕີ ຊິຕີ ແລະ ທີມຊາດອັງກິດດ້ວຍຄ່າຕົວປະເມີນ 200,5 ລ້ານຢູໂຣ ຕາມມາດ້ວຍອັນດັບ 3 ຄື ຄີລຽນ ເອັມບັບເປ ກອງໜ້າ ປາຣີສ ແຊັງ ແຊັກແມັງ ແລະ ທີມຊາດຝຣັ່ງດ້ວຍຄ່າຕົວປະເມີນ 190,7 ລ້ານຢູໂຣ.
ສ່ວນອັນດັບ 4 ແລະ ທີ 5 ແມນ ວິນິຊີອຸສ ຈູເນຍ ປີກຂອງ ຣຽວ ມາດຣິດ ແລະ ທີມຊາດບຣາຊິລ ກັບ ເອີລິງ ຮາແລນ ດາວຍິງຂອງ ແມນເຊສເຕີ ຊິຕີ ແລະ ທີມຊາດນໍເວ ດ້ວຍຄ່າຕົວປະມານ 190,5 ລ້ານຢູໂຣ ແລະ 174,9 ລ້ານຢູໂຣ ຕາມລຳດັບ.

