ກຳປູເຈຍຂູ່ຕອບໂຕ້ເອີຣົບ ເຫດຢຸດອອກວີຊາ ແລະ ອາຢັດເງິນເຈົ້າໜ້າທີ່ກຳປູເຈຍ

ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ຂູ່ຕອບໂຕ້ມາດຕະການຂອງສະຫະພາບເອີຣົບ ຫລື EU ທີ່ຈະຢຸດການອອກວີຊາ ແລະ ອາຢັດເງິນເຈົ້າໜ້າທີ່ລັດຖະບານກຳປູເຈຍ ເພື່ອເປັນການລົງໂທດທີ່ລັດຖະບານກຳປູເຈຍສັ່ງຍຸບພັກຝ່າຍຄ້ານ ແລະ ຈັບກຸມທ່ານ ເຂັມ ໂສກາ ຜູ້ນຳຝ່າຍຄ້ານ.
#Breaking: US State Department issues visa restrictions to "individuals involved in undermining democracy in #Cambodia". What will be the consequences? @USAsiaPacific #politicskh #crackdownkh #rightskh #asean pic.twitter.com/OiuykEmlJH
— Sophat Soeung (@SophatSoeung) December 6, 2017
ນາຍົກລັດຖະມົນຕີ ຮຸນເຊນ ກ່າວວ່າ: EU ໃຊ້ມາດຕະການງົດອອກວີຊາໃຫ້ເຈົ້າໜ້າທີ່ຂອງກຳປູເຈຍ ຢືນຢັນກຳປູເຈຍບໍ່ເດືອດຮ້ອນຕໍ່ມາດຕະການຂອງ EU ເນື່ອງຈາກມີການພົວພັນທີ່ດີກັບຫລາຍປະເທດ ບໍ່ຈຳເປັນຕ້ອງອາໄສການຮ່ວມມືຈາກ EU ແລະ ອາເມລິກາ.

