ປະທານປະເທດ ຊຸກຍູ້ຊ່ວຍເຫລືອໂຮງຮຽນປະຖົມ-ມັດທະຍົມ ບ້ານຫລັກ 28 ເມືອງປາກຊ່ອງ ລວມມູນຄ່າ 100 ລ້ານກີບ

ວັນທີ 23 ກຸມພາ 2024, ທ່ານ​ ທອງລຸນ ສີສຸລິດ ປະທານປະເທດ ພ້ອມພັນລະຍາ​ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກຊ່ອງ​ ແຂວງຈຳປາສັກ​, ເຊິ່ງການເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອ ປະເພດອຸປະກອນການສຶກສາ ແລະ ກິລາມູນຄ່າ 30 ລ້ານກີບ ພ້ອມດ້ວຍ ເງິນສົດ 70 ລ້ານກີບ ລວມເປັນ 100 ລ້ານກີບ ໃຫ້ແກ່ໂຮງຮຽນປະຖົມ- ມັດທະຍົມ ບ້ານຫລັກ 28 ເມືອງປາກຊ່ອງ.​

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກຊ່ອງ ຄັ້ງນີ້ເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ,​ ການຊຸກຍູ້,​ ນໍາ​ພາ​-​ຊີ້ນຳ ແລະ ໃຫ້ກຳລັງໃຈແກ່ຄະນະພັກ-​ອົງການປົກຄອງແຂວງ, ເມືອງປາກຊ່ອງ ແລະ ຂະແໜງການຕ່າງໆ ໃນການປະຕິບັດແຜນພັດທະນາເສດຖະກິ -ສັງຄົມ ເພື່ອເຮັດໃຫ້ເສດຖະກິດ​ ແລະ​ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເລື້ອຍໆ.