ຣັສເຊຍ ກຽມອຳລາ ຢູຟາ-ກຽມຍ້າຍໄປຮ່ວມ ເອເອຟຊີ ຫລັງຖືກຫ້າມຈາກບານເຕະຢູໂຣບ

ສື່ກິລາຊື່ດັງລາຍງານວ່າ ສະຫະພາບບານເຕະຣັສເຊຍ (RFU) ກຽມຈັດປະຊຸມເພື່ອຫາລືກ່ຽວກັບການລາອອກຈາກສະຫະພັນບານເຕະຢູໂຣບ (EUFA) ເພື່ອຍ້າຍໄປຮ່ວມສະຫະພັນບານເຕະເອເຊຍ (AFC).

ສຳລັບ ຣັສເຊຍ ຖືກຟີຟາ ແລະ ຢູຟາ ລົງໂທດຫ້າມຈາກການແຂ່ງຂັນບານເຕະທັງໃນລະດັບສະໂມສອນ ແລະ ທີມຊາດ ຈາກການທີ່ນຳກອງກຳລັງທະຫານເຂົ້າໄປຮຸກຮານຢູເຄຣນ ຈົນເກີດເປັນສົງຄາມຂອງທັງສອງປະເທດ ເຊິ່ງປັດຈຸບັນໂທດດັ່ງກ່າວຍັງບໍ່ມີການປ່ຽນແປງ.

ໂດຍກ່ອນໜ້ານີ້ມີລາຍງານວ່າ ຣັສເຊຍ ອາດຕັດສິນໃຈຍ້າຍຈາກສະຫະພັນບານເຕະຢູໂຣບ ເພື່ອຍ້າຍໄປຮ່ວມສະມາຄົມບານເຕະເອເຊຍ ເພື່ອໃຫ້ສາມາດກັບມາລົງແຂ່ງຂັນໄດ້ຕາມປົກກະຕິ.

ຈົນຫລ້າສຸດສຳນັກຂ່າວ ESPN ລະບຸວ່າ ສະຫະພາບບານເຕະຣັສເຊຍ ຈະຈັດປະຊຸມຄະນະກຳມະການບໍລິຫານໃນວັນທີ 30 ເພື່ອຫາລືກ່ຽວກັບການລາອອກຈາກຢູຟາ ແລະ ຍ້າຍໄປຢູ່ກັບ ເອເອຟຊີ ແບບເຕັມຕົວ ໂດຍພວກເຂົາເຊື່ອວ່າຫາກມີການຕັດສິນໃຈຍ້າຍແທ້ກໍຈະບໍ່ມີບັນຫາແຕ່ຢ່າງໃດ ເນື່ອງຈາກພື້ນທີ່ປະເທດຢູ່ໃນທະວີບເອເຊຍຫລາຍກວ່າ 75%.

ທັງນີ້ມີລາຍງານເພີ່ມວ່າ ຢູຟາ ພວມຕິດຕາມສະຖານະການດັ່ງກ່າວຢ່າງໃກ້ຊິດ ແລະ ພວມຖ້າໃຫ້ຣັສເຊຍ ຊີ້ແຈງຈຸດຢືນຂອງຕົນເອງຢູ່ໃນຂະນະນີ້.