ທີມຈາກຊາອຸຍື່ນຂໍ້ສະເໜີ 200 ລ້ານເອີໂຣ ຕໍ່ 2 ປີ ໃຫ້ ຄາຣິມ ເບນເຊມາ ຫລັງເຈົ້າໂຕ ຈະໝົດສັນຍາກັບ ເຣອັລ ມາດຣິດ

ແຟນໆຂອງ “ລາຊາຊຸດຂາວ” ຕ້ອງກຽມໃຈໄວ້ເລີຍ ເພາະຫລ້າສຸດມີຂ່າວ ຄາຣິມ ເບນເຊມາ ກອງໜ້າຊາວຝຣັ່ງ. ກໍາລັງຍາກທີ່ຈະຍ້າຍອອກຈາກ ເຣອັລ ມາດຣິດ ໃນລະດູຮ້ອນນີ້. ຫລັງຈາກໄດ້ຮັບຂໍ້ສະເໜີກ້ອນໃຫຍ່ຈາກສະໂມສອນໃນລີກ ຊາອຸ.
ຄາຣິມ ເບນເຊມາ ກອງໜ້າຂອງ ເຣອັລ ມາດຣິດ ກໍາລັງພິຈາລະນາທີ່ຈະອອກຈາກ ຊານຕິອາໂກ ເບີນາເບວ ໃນລະດູຮ້ອນນີ້. ຫລັງຈາກທີ່ໄດ້ຮັບຂໍ້ສະເໜີສັນຍາ 2 ປີມູນຄ່າ 200 ລ້ານເອີໂຣ ຈາກສະໂມສອນທີ່ບໍ່ເປີດເຜີຍຊື່ໃນ ຊາອຸດິອາຣາເບຍ, ອີງຕາມການເຜີຍແຜ່ຂອງສື່ກິລາໃນສະເປນ Relevo. ໃນວັນຈັນທີ 29 ພຶດສະພາທີ່ຜ່ານມາ.
ປັດຈຸບັນ ເບນເຊມາ ກຳລັງຈະໝົດສັນຍາກັບ ເຣອັລ ມາດຣິດ ໃນທ້າຍເດືອນມິຖຸນານີ້. ແລະ ເຖິງວ່າທີ່ຜ່ານມາ ໄດ້ຖືກລາຍງານວ່າ ເບນເຊມາ ໄດ້ຕອບຕົກລົງທີ່ຈະຂະຫຍາຍສັນຍາກັບ “ລາຊາຊຸດຂາວ” ອອກໄປຈົນຮອດລະດູຮ້ອນປີ 2024 ແຕ່ເມື່ອບໍ່ດົນມານີ້ ເຣເລໂບ ລະບຸວ່າ ກອງໜ້າຕົວເກັ່ງຂອງ ຝຣັ່ງ ອາຍຸ 35 ປີ ກຳລັງຊັ່ງນໍ້າໜັກທີ່ຈະອອກຈາກຖິ່ນ ຊານຕິອາໂກ ເບີນາເບວ ຫລັງຈົບລະດູການນີ້. ຫລັງຈາກທີ່ໄດ້ຮັບຂໍ້ສະເຫນີທີ່ສວຍງາມຈາກສະໂມສອນໃນລີກ ຊາອຸ.

