ຜູ້ນຳຝຣັ່ງປະກາດບູລະນະມະຫາວິຫານ ອາເທີດຳໃຫ້ງົດງາມກວ່າເກົ່າ

ປະທານາທິບໍດີ ເອມານູແອລ ມາຄຣົງ ຜູ້ນຳຝຣັ່ງ ປະກາດຈະບູລະນະມະຫາວິຫານອາເທີດຳໃຫ້ງົດງາມກວ່າເກົ່າພາຍໃນເວລາ 5 ປີ.
ໄຟໄໝ້ມະຫາວິຫານອາເທີດຳສັນຍາລັກໃຈກາງນະຄອນຫລວງປາຣີ ໃນວັນທີ 15 ເມສາ ທຳລາຍຫລັງຄາ ແລະ ເຮັດໃຫ້ຍອດແຫລມຫັກລົງມາ. ປະທານາທິບໍດີ ມາຄຣົງ ຖະແຫລງວ່າ: ຈະເລັ່ງບູລະນະສາສະນະສະຖານແຫ່ງນະຄອນຫລວງປາຣີໃຫ້ກັບຄືນມາຄືເກົ່າຢ່າງວ່ອງໄວ, ເຖິງວ່າຜູ້ຊ່ຽວຊານບາງສ່ວນເບິ່ງວ່າ: ຂະບວນການບູລະນະອາດໃຊ້ເວລາຫລາຍກວ່າ 10 ປີ. ຂະນະທີ່ມີມະຫາເສດຖີ ແລະ ນັກທຸລະກິດຝຣັ່ງປະກາດບໍລິຈາກເງິນລວມ 700 ລ້ານເອີໂຣ ເພື່ອບູລະນະວິຫານເກົ່າແກ່ໃນຍຸກໂກທິດດັ່ງກ່າວ. ນອກຈາກນີ້ ຍັງມີຜົນງານສິລະປະ ແລະ ຮູບແຕ້ມທີ່ເສຍຫາຍນຳອີກ, ແຕ່ສ່ວນຂອງຫໍຄອຍຄູ່ຮູບແບບສີ່ຫລ່ຽມ ແລະ ແກ້ວສີບໍ່ໄດ້ຮັບຜົນກະທົບ. ຄຳກ່າວຂອງທ່ານ ມາຄຣົງ ສະແດງວ່າທ່ານຕ້ອງການບູລະນະອາເທີດຳໃຫ້ສຳເລັດພາຍໃນໄລຍະເວລາທີ່ນະຄອນຫລວງປາຣີເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກ 2024.

