ໃນວັນທີ 20 ທັນວາ 2022 ນີ້ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນ, ຄວາມໝາຍ-ຄວາມສຳຄັນໃນການສ້າງຮ່າງກົດໝາຍວ່າດ້ວຍການທາງນໍ້າ ຊຶ່ງເປັນກົດໝາຍສ້າງຂຶ້ນໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທ່ານ ວຽງສະຫວັດ ສີພັນດອນ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ, ຄວາມໝາຍ-ຄວາມສຳຄັນໃນການສ້າງກົດໝາຍວ່າດ້ວຍການທາງນໍ້າ: ຍ້ອນບໍ່ທັນມີກົດໝາຍຄຸ້ມຄອງວຽກງານການທາງນໍ້າສະເພາະ, ນິຕິກໍາທີ່ມີໃນປັດຈຸບັນຍັງບໍ່ທັນກຳນົດລະອຽດ, ຮັດກຸມ ບໍ່ທັນກວມເອົາໜ້າທີ່ສໍາຄັນກ່ຽວກັບວຽກງານການທາງນໍ້າ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ, ແກ້ໄຂຂໍ້ຄົງຄ້າງໃນການຄຸ້ມຄອງວຽກງານການທາງນໍ້າໂດຍໃຫ້ເປັນລະບົບລວມສູນ, ມີການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງບັນດາຂະແໜງການທີ່ກ່ຽວຂ້ອງ, ມີກົນໄກປະສານງານ ແລະ ຕິດຕາມ ກວດກາໃນການຈັດຕັ້ງປະຕິບັດວຽກງານການທາງນໍ້າທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ, ຮັບປະກັນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ດ້ານໂຄງປະກອບຂອງຮ່າງກົດໝາຍສະບັບນີ້ປະກອບມີ 16 ພາກ 23 ໝວດ 145 ມາດຕາ.
ຄາດຄະເນຜົນໄດ້ຮັບ: ເມື່ອຮ່າງກົດໝາຍວ່າດ້ວຍການທາງນໍ້າສະບັບນີ້ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວກໍຈະກາຍເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງວຽກງານທາງນໍ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນດັ່ງນີ້: ເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ການແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານທາງນໍ້າລະຫວ່າງຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ເປັນເຄື່ອງມືສຳຄັນ, ຮັດກຸມ ແລະ ຄົບຖ້ວນໃນການຄຸ້ມຄອງລັດດ້ວຍກົດໝາຍ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເປັນບ່ອນອີງໃຫ້ແກ່ການສ້າງນິຕິກຳໃຕ້ກົດໝາຍ ແລະ ມາດຕະຖານເຕັກນິກຕ່າງໆໃນການຄຸ້ມຄອງມະຫາພາກໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝເທື່ອລະກ້າວ, ດຶງດູດການຮ່ວມມື, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາໃນວຽກງານການທາງນໍ້າ, ຊຸກຍູ້, ສົ່ງເສີມພາກສ່ວນເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ມີສ່ວນຮ່ວມໃນການພັດທະນາວຽກງານທາງນ້ຳໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ.