ການນຳແຂວງບໍ່ແກ້ວ ຢ້ຽມຢາມປະຊາຊົນ ຢູ່ບ້ານຈຽງຕອງ ເມືອງປາກທາ

ໜັງສືພິມກອງທັບລາຍງານວ່າ: ວັນທີ 29 ພຶດສະພາ 2025ນີ້, ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມປະຊາຊົນ ຢູ່ບ້ານຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ,ເພື່ອຢ້ຽມຢາມ ແລະ ຕິດຕາມ ການດຳລົງຊີວິດການເປັນຢູ່ ຂອງປະຊາຊົນ ເນື່ອງຈາກເຂດດັ່ງກ່າວ ເປັນເຂດທີ່ຢູ່ຫ່າງໄກສອກຫຼີກ, ພື້ນຖານໂຄງລ່າງຄົມ ມະນາຄົມ ເສັ້ນທາງເຂົ້າຫາບ້ານ, ການດຳລົງຊີວິດການເປັນຢູ່ຍັງມີຄວາມຫຍຸ້ງຍາກ.
ໂອກາດນີ້ ທາງຄະນະໄດ້ເຄື່ອນໄຫວຢ້ຽມຢາມປະຊາຊົນ ແລະ ພື້ນຖານການຜະລິດ, ເນື້ອທີ່ທຳການຜະລິດ, ລະບົບຊົນລະປະທານ ລວມເຖິງພື້ນຖານໂຄງລ່າງດ້ານຕ່າງໆ ເຊັ່ນ: ໂຮງຮຽນ, ໂຮງໝໍ, ເສັ້ນທາງເຂົ້າຫາບ້ານ, ໄຟຟ້າຊຸມຊົນ ແລະ ອື່ນໆ ພ້ອມທັງໄດ້ຢ້ຽມຢາມ ບ້ານຫ້ວຍໄມ້ຊາງ ແລະ ກອງປະຕິບັດງານ 213 ຕື່ມອີກ.
ທ່ານ ທອງຈັນ ມະນີໄຊ ໄດ້ຊີ້ທິດເຍືອງທາງຕໍ່ປະຊາຊົນ ເນື່ອງຈາກບັນຫາການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເປັນໜ້າທີ່ ຂອງຄະນະນໍາແຕ່ລະຂັ້ນ ຈະຕ້ອງໄດ້ສຸມໃສ່ ແລະ ຮຽກຮ້ອງມາຍັງຄະນະພັກໃນແຕ່ລະບ້ານ ແລະ ປະຊາຊົນ ສືບຕໍ່ເອົາໃຈໃສ່ຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສືບຕໍ່ໃນການດຳລົງຊີວິດ, ການທຳມາຫາກິນຄວາມດ້ວຍຊື່ສັດ, ອົດທົນ, ຖືກຕ້ອງຕາມຮີດຄອງປະເພນີ ແລະ ລະບຽບກົດໝາຍ ຂອງບ້ານເມືອງ, ມີຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນບຸກບືນໃນການທຳມາຫາກິນ ເພື່ອເຮັດໃຫ້ຄອບຄົວ ແລະ ລູກຫຼານມີຊີວິດການເປັນຢູ່ທີ່ດີຂຶ້ນ. ພ້ອມນັ້ນ, ໄດ້ຊຸກຍູ້ໃຫ້ອຳນາດການປົກຄອງບ້ານເພີ່ມທະວີໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ປະຊາຊົນ ມີຄວາມອຸ່ນອຽນທຸ່ນທ່ຽງ, ຮັກສາມູນເຊື້ອຄວາມສາມັກຄີ ພ້ອມກັນຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນກຸ່ມຄົນບໍ່ດີ ແລະ ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ພ້ອມກັນສ້າງສາພັດທະນາເສດຖະກິດຄອບຄົວໃຫ້ພັດທະນາດີຂຶ້ນເລື້ອຍໆ.
ການນໍາຂອງແຂວງ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ໃນຄົວເຮືອນຈໍານວນໜຶ່ງ ໃຫ້ແກ່ອຳນາດການປົກຄອງບ້ານ ຈຽງຕອງ, ບ້ານຫ້ວຍໄມ້ຊາງ ແລະ ກອງປະຕິບັດການ 213 ເພື່ອນໍາໄປແຈກຢາຍໃຫ້ແກ່ປະຊາຊົນ ເພື່ອບັນເທົາທຸກແກ່ຄອບຄົວທີ່ຂາດເຂີນ ໂດຍເຄື່ອງຈໍານວນດັ່ງກ່າວ ໄດ້ມາຈາກການ ປຸກລະດົມ ຂອງຄະນະນຳແຂວງ, ກຸ່ມແມ່ບ້ານສາມັກຄີແຂວງ ແລະ ບັນດານັກທຸລະກິດພາຍໃນແຂວງ.

