ໄຟຟ້າລາວເປີດໂຄງການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສວຍງາມຂອງຕົວເມືອງ

ວັນທີ 18 ທັນວາ 2022, ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເປີດໂຄງການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ຢູ່ຫລັງວັດອິນແປງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສວຍງາມຂອງຕົວເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ການຈັດລະບຽບສາຍໄຟ-ສາຍໂທລະຄົມ ລວມເຖິງການວາງມາດຕະການປະຢັດໄຟໃນສໍານັກງານອົງການຕ່າງໆ ໂດຍການຮ່ວມມືກັບອົງການປົກຄອງນະຄອນຫລວງວຽງຈັນ ແມ່ນເປັນຂີດໝາຍສໍາຄັນເພາະມັນໄດ້ສະແດງເຖິງການມີສ່ວນຮ່ວມຂອງ ລັດວິສາຫະກິດໄຟຟ້າລາວ ຢູ່ຄຽງຄູ່ກັບສັງຄົມລາວ ຕະຫລອດໄລຍະ 61 ປີ, ເປັນຂີດໝາຍທີ່ສະແດງໃຫ້ເຫັນວ່ານອກຈາກເຮັດໜ້າທີ່ສະໜອງໄຟໃຫ້ສັງຄົມແລ້ວ ຍັງເອົາໃຈໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຕໍ່ມາດຕະຖານ-ຄວາມປອດໄພຂອງປະຊາຊົນອີກດ້ວຍ. ເຊິ່ງຈະຖືເອົາບົດຮຽນທີ່ໄດ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວຢູ່ນະຄອນຫລວງເປັນໂຄງການຕົວແບບ ໃຫ້ບັນດາທ້ອງຖິ່ນອື່ນ ເອົາເປັນແບບຢ່າງໃນການປະຕິບັດ.
ແນວໃດກໍດີ, ເຖິງແມ່ນວ່າໃນໄລຍະຜ່ານມາຈະປະສົບພົບພໍ້ກັບສິ່ງທ້າທາຍຫລາຍປະການບໍ່ວ່າຈະເປັນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ສະພາບເສດຖະກິດ-ສັງຄົມທັງໃນພາກພື້ນ ແລະ ສາກົນ; ແຕ່ດ້ວຍຄວາມຕັດສິນໃຈສູງ ຂອງຄະນະພັກ, ຄະນະນຳ ເຮັດໃຫ້ໂຄງການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງເກີດຂຶ້ນ.

