ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ບົນພື້ນຖານຜົນສຳເລັດ ຂອງສາຍພົວພັນ ລາວ-ຈີນ ຄົບຮອບ 60 ປີ

ເພື່ອລະນຶກວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 60 ປີ, ວັນທີ 25 ເມສາ ປີ 1961 ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນຢ່າງເປັນທາງການ, ເຊິ່ງໄດ້ເປີດປະຫວັດສາດໜ້າໃໝ່ ແຫ່ງການໄປມາຫາສູ່ກັນ ບົນຈິດໃຈມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ຜ່ານໄລຍະ 60 ປີມານີ້, ປະຊາຊົນສອງຊາດ ໄດ້ຊ່ວຍຊູຍູ້ໜູນກັນ ແລະ ຮັກແພງກັນ, ການຮ່ວມມືລະຫວ່າງສອງຝ່າຍ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ມິດຕະພາບລະຫວ່າງສອງປະເທດໝັ້ນຄົງຂະໜົງແກ່ນ, ສອງປະເທດລາວ-ຈີນ ມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ຈີນ ໄດ້ຖືເອົາການພົວພັນຈີນ-ລາວ ເປັນວຽກງານຈຸດສຸມ ໃນວຽກງານທາງການທູດກັບປະເທດໃກ້ຄຽງ.
ເມື່ອກ້າວເຂົ້າສູ່ຍຸກໃໝ່, ພາຍໃຕ້ການຊີ້ນຳນຳພາທາງຍຸດທະສາດ ລະຫວ່າງການນຳຂັ້ນສູງຂອງສອງປະເທດ, ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດແຜນແມ່ບົດ ໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ, ເພີ່ມທະວີການແລກປ່ຽນດ້ານການປົກຄອງປະເທດ, ກຳແໜ້ນທິດທາງສັງຄົມນິຍົມ ແລະ ປົກປ້ອງຜົນປະໂຫຍດຍຸດທະສາດຮ່ວມກັນ. ໃນຕົ້ນປີນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາກັນທາງໂທລະສັບ ໂດຍໄດ້ຢືນຢັນອີກເທື່ອໜຶ່ງ ເຖິງຄວາມເຫັນທີ່ເປັນເອກະພາບກັນ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ. ສອງຝ່າຍໄດ້ເພີ່ມທະວີການເຊື່ອມຕໍ່ທາງຍຸດທະສາດຢ່າງບໍ່ຢຸດຢັ້ງ, ຮ່ວມກັນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ, ຮ່ວມກັນຊຸກຍູ້ການສ້າງທາງລົດໄຟລາວ-ຈີນ ແລະ ເລັ່ງລັດການສ້າງແລວທາງເສດຖະກິດ ລະຫວ່າງສອງປະເທດ ເຊິ່ງເປັນການເພີ່ມເນື້ອໃນໃໝ່ທີ່ອຸດົມສົມບູນໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ.
ຕາມປະເພນີຈີນ, 60 ປີ ຖືວ່າເປັນຮອບໝູນວຽນຮອບໜຶ່ງ, 60 ປີ ຜ່ານໄປ, ກໍຄືຮອບເກົ່າຜ່ານພົ້ນໄປ, ຮອບໃໝ່ໝູນວຽນເຂົ້າມາ. ໃນກາລະໂອກາດຂອງປະຫວັດສາດທີ່ສຳຄັນນີ້, ພວກເຮົາຈົ່ງຮ່ວມກັນສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບລາວ-ຈີນ. ສືບຕໍ່ເຮັດໃຫ້ສອງປະເທດເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ສືບຕໍ່ໃຫ້ການສະໜັບສະໜູນ ໃນການປົກປັກຮັກສາຜົນປະໂຫຍດດ້ານອະທິປະໄຕ, ຄວາມໝັ້ນຄົງ ແລະ ການພັດທະນາເຊິ່ງກັນ ແລະ ກັນ, ຮ່ວມກັນປົກປັກຮັກສາລັດທິຫລາຍຝ່າຍດ້ວຍການກະທຳຕົວຈິງ, ເປັນແບບຢ່າງໃນການສົ່ງເສີມ ແລະ ຈັດຕັ້ງປະຕິບັດ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ, ຮ່ວມກັນສູ້ຊົນຢ່າງບໍ່ລົດລະ ເພື່ອຊຸກຍູ້ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ແລະ ຊຸກຍູ້ປະຊາຄົມໂລກ ໃຫ້ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

