ຕອນເຊົ້າວັນທີ 19 ທັນວາ 2022 ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະ ພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີກ່ຽວກັບການປັບປຸງ ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງກົດໝາຍສະບັບນໍາໃຊ້ໃນປັດຈຸບັນ ມີ 10 ພາກ, 7 ໝວດ, 83 ມາດຕາ. ສຳລັບຮ່າງກົດໝາຍສະບັບປັບປຸງ ມີ 10 ພາກ, 7 ໝວດ ແລະ 76 ມາດຕາ, ໃນນີ້ ໄດ້ເພີ່ມໃໝ່ 1 ພາກ, ຕັດອອກ 1 ພາກ, ໄດ້ປັບປຸງ 36 ມາດຕາ, ເພີ່ມເຂົ້າໃໝ່ 6 ມາດຕາ, ໄດ້ຕັດອອກ 11 ມາດຕາ ແລະ ຮັກສາເດີມ 34 ມາດຕາ. ທັງນີ້ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄພຄິດເຫັນ ຢ່າງກົງໄປກົງມາ ເຮັດໃຫ້ເນື້ອໃນມີຄວາມລະອຽດ ຈະແຈ້ງ ຮັດກຸມ ແລະ ສົມບູນກວ່າເກົ່າ.
ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໃນປີ 2017 ເຮັດໃຫ້ວຽກງານການຄຸ້ມຄອງ, ຕິດຕາມ ກວດກາ ຕາມກົດໝາຍ ແລະ ການ ຈັດຕັ້ງປະຕິບັດ ເປັນລະບົບ ແລະ ຄ່ອງຕົວດີສົມຄວນ. ແຕ່ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ໂດຍສະເພາະການປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຫັນວ່າ ຍັງມີຫລາຍເນື້ອໃນບໍ່ທັນແທດເໝາະກັບສະພາບຕົວຈິງ ແລະ ເງື່ອນໄຂຂອງການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແລະ ຍັງມີຫລາຍບັນຫາທີ່ເກີດຂຶ້ນໃນຕົວຈິງ ແຕ່ບໍ່ໄດ້ຖືກກຳນົດເຂົ້າໃນກົດໝາຍ ສະບັບນີ້ ເຊິ່ງເປັນບັນຫາສິ່ງທ້າທາຍໃຫ້ແກ່ການປະຕິບັດວຽກງານ ກັນ ແລະ ຄວບຄຸມພະຍາດຕິດຕໍ່. ແນວໃດກໍຕາມ ຕໍ່ບັນຫາທີ່ກ່າວມາຂ້າງເທິງນີ້ ຈຶ່ງຮຽກຮ້ອງໃຫ້ມີການປັບປຸງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ, ການປ່ຽນແປງໃໝ່ຂອງໂລກ, ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ສາທາລະນະສຸກ ໃນໄລຍະປັດຈຸບັນ.
ນອກຈາກນີ້, ຍັງມີຫລາຍເນື້ອໃນບໍ່ທັນແທດເໝາະກັບສະພາບຕົວຈິງ ແລະ ບໍ່ສອດຄ່ອງກັບເງື່ອນໄຂຂອງການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ເປັນຕົ້ນ ມາດຕະການທາງດ້ານສັງຄົມ, ການຮັກສາໄລຍະຫ່າງ, ການລາຍງານ, ການຈໍາກັດບໍລິເວນ, ການກຳນົດເຂດການລະບາດ, ການກຳນົດກ່ຽວກັບມາດຕະການຕໍ່ຜູ້ທີ່ລະເມີດກົດໝາຍ ຍັງບໍ່ທັນລະອຽດ ແລະ ຮັດກຸມ ເຊິ່ງພາໃຫ້ມີຜູ້ທີ່ເຈດຕະນາແຜ່ເຊື້ອພະຍາດຕິດຕໍ່ ໃຫ້ບຸກຄົນອື່ນ, ປິດບັງຂໍ້ມູນ ກ່ຽວກັບການເກີດພະຍາດຕິດຕໍ່, ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ບໍ່ເຂົ້າ ຫລື ລັກໜີຈາກສູນຈຳກັດບໍລິເວນ, ການລັກລອບເຂົ້າເມືອງແບບຜິດກົດໝາຍ, ການໂຮມຊຸມນຸມ ແລະ ອື່ນໆ ຈົນກາຍເປັນບັນຫາທີ່ພົ້ນເດັ່ນໃນສັງຄົມ ແລະ ເປັນສິ່ງທ້າທາຍ. ຂະນະດຽວກັນ, ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຍັງບໍ່ທັນຖືກຕ້ອງຕາມກົດໝາຍທີ່ໄດ້ກໍານົດໄວ້; ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງມີຫລາຍຈຸດທີ່ບໍ່ທັນຈະແຈ້ງ ແລະ ເປັນເອກະພາບກັນ; ການຈັດຕັ້ງປະຕິບັດມີການຊໍ້າຊ້ອນ ໂດຍສະເພາະວຽກງານຄວບຄຸມພະຍາດຕິດຕໍ່ ໃນໄລຍະຜ່ານມາ ເຫັນວ່າ ນອກຈາກການນໍາໃຊ້ມາດຕະການທາງດ້ານສາທາລະນະສຸກແລ້ວ ຍັງໄດ້ນຳໃຊ້ມາດຕະການທາງດ້ານສັງຄົມ ແລະ ມາດຕະການອື່ນໆ ທີ່ຈຳເປັນ ເພື່ອເຮັດໃຫ້ສາມາດຄວບຄຸມ ການລະບາດຂອງພະຍາດຕິດຕໍ່ ໄດ້ຢ່າງທັນການ ກໍຄືບໍ່ໃຫ້ແຜ່ລະບາດໄປສູ່ວົງກ້ວາງ.
ພ້ອມດຽວ ກັນນີ້ ການຈັດລະດັບຄວາມຮ້າຍແຮງຂອງພະຍາດຕິດຕໍ່ ຄື ລະດັບ ກ, ຂ ແລະ ຄ ຍັງບໍ່ທັນມີຄວາມສອດຄ່ອງກັບສະພາບຕົວຈິງ ເນື່ອງຈາກວ່າໃນໄລຍະຜ່ານມາ ໄດ້ມີການລະບາດຂອງພະຍາດໂຄວິດ-19 ເກີດຂຶ້ນໃນ ສປປ ລາວ ເຊິ່ງພະຍາດດັ່ງກ່າວ ກໍ່ໃຫ້ເກີດມີຄວາມວິຕົກກັງວົນທາງດ້ານສາທາລະນະສຸກ ແລະ ມີຜົນກະທົບທາງລົບຫລາຍດ້ານ ແຕ່ພະຍາດດັ່ງກ່າວ ບໍ່ໄດ້ຖືກກຳນົດໄວ້ໃນການຈັດລະດັບຄວາມຮ້າຍແຮງຂອງພະຍາດຕິດຕໍ່. ນອກນີ້ ໃນມາດຕາ 5 ຂອງກົດໝາຍສະບັບທີ່ນໍາໃຊ້ໃນປັດຈຸບັນ ໄດ້ກຳນົດກ່ຽວກັບງົບປະມານສຳລັບ ການຈັດຕັ້ງປະຕິບັດແບບລວມໆ ຖ້າອີງໃສ່ການຈັດຕັ້ງປະຕິ ບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າ ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເປັນວຽກງານທີ່ມີຄວາມ ຈໍາເປັນ ແລະ ມີລັກສະນະຮີບດ່ວນ ທີ່ຕ້ອງໄດ້ນຳໃຊ້ງົບປະມານຈາກຫລາຍແຫລ່ງ; ດັ່ງນັ້ນ ຄວນມີງົບ ປະມານສະເພາະ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ສ່ວນການກໍານົດກ່ຽວກັບຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ ຕໍ່ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຍັງມີຫລາຍພາກສ່ວນ ທີ່ເຂົ້າໃຈວ່າວຽກງານດັ່ງກ່າວ ເປັນຄວາມຮັບຜິດຊອບຂອງຂະແໜງການ ສາທາລະນະສຸກພຽງຝ່າຍດຽວ ແຕ່ໃນຄວາມເປັນຈິງແລ້ວ ເປັນຄວາມຮັບຜິດຊອບຂອງທຸກພາກສ່ວນທີ່ກ່ຽວຂ້ອງ.
ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວຕື່ມວ່າ: ພາຍຫລັງກົດໝາຍສະບັບປັບປຸງນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະມີຜົນໄດ້ຮັບ ດັ່ງນີ້: ສາມາດສະກັດກັ້ນການເກີດລະບາດຂອງພະຍາດຕິດຕໍ່, ຫລຸດຜ່ອນການເຈັບເປັນ ແລະ ການເສຍຊິວິດຂອງຄົນ; ເຮັດໃຫ້ວຽກງານການກັນ ແລະ ຄວບຄຸມ ພະຍາດຕິດຕໍ່ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດຕິພາບ ແລະ ປະສິຕິຜົນ ນັບແຕ່ສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ, ຊຸມຊົນມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນ ຕໍ່ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່; ເປັນການຍົກລະດັບຄວາມສາມາດໃນການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງ ສປປ ລາວ ໃຫ້ທັນສະໄໝເທື່ອລະກ້າວ ເພື່ອເປັນສິ່ງຢັ້ງຢືນ ຕໍ່ການປະຕິບັດກົດລະບຽບສາກົນ ດ້ານສາທາລະນະສຸກ ປີ 2005 ຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ.