ລາວ-ຈີນ ຫາລືການປະຕິບັດໂຄງ ການຊ່ວຍເຫຼືອດ້ານການສຶກສາໃນລາວ

ໃນວັນທີ 11 ທັນວານີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ເຕິງ ໂປຊິງ ຮອງຫົວໜ້າອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອລ້າທີ່ລັດຖະບານຈີນ ໃຫ້ ການຊ່ວຍເຫຼືອ ລັດຖະບານລາວ, ໂດຍສະເພາະ ຫາລື ການສືບຕໍ່ຊ່ວຍເຫຼືອໂຮງຮຽນ 10 ແຫ່ງ, ຊຶ່ງໂຄງການນີ້ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2016 ເປັນຕົ້ນມາ ແລະ ອີກ 2 ໂຄງການໃຫຍ່ທີ່ ລັດຖະບານຈີນ ໃຫ້ການຊ່ວຍເຫຼືອຕື່ມອີກ.
ສໍາລັບການສ້າງໂຮງຮຽນ 10 ແຫ່ງ, ແມ່ນໄດ້ຮັບການອະນຸມັດຈາກລັດຖະບານແລ້ວ. ນອກນີ້, ຍັງມີສູນເຝິກອົບຮົມສີມືແຮງງານ, ໂຮງຮຽນເຕັກນິກວິຊາຊີບທາງລົດໄຟ ແລະ ອີກ 5 ໂຮງຮຽນທີ່ຍັງບໍ່ທັນກຳນົດເປັນໂຄງການ. ສ່ວນ 2 ໂຄງການປະກອບມີ: ໂຄງການ ການສຶກສາທາງໄກໃນທົ່ວປະເທດໂດຍມີ 20 ຈຸດ ໂດຍຕິດພັນກັບພຶ້ນຖານໂຄງລ່າງຂອງການສຶກສາທາງໄກ, ເຊິ່ງຈະໄດ້ເລືອກສະຖານທີ່ ທີ່ມີປະຊາກອນຫຼາຍ, ມີເຕັກໂຕໂລຊີເຂົ້າເຖິງ; ລວມເຖິງໂຄງການເຝິກອົບຮົມຜູ້ອຳນວຍການ ແລະ ຄູອາຈານ.
ໂອກາດດັ່ງກ່າວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ ສະແດງຄວາມຂອບໃຈ ຕໍ່ລັດຖະບານຈີນ ກໍຄືຜູ້ຕາງໜ້າອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງ ສປ ຈີນ, ທີ່ໄດ້ໃຫ້ການຊ່ວຍເຫຼືອລາວໃນດ້ານຕ່າງໆໃນຜ່ານມາ, ພ້ອມທັງລາຍງານສະພາບການສຶກສາໃນລາວ ແລະ ການຮ່ວມມືສອງຝ່າຍລາວ-ຈີນ, ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ.

