ເມືອງສະໜາມໄຊ ມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດເມື່ອກ່ອນ ລວມທັງໝົດ 292 ລ້ານກວ່າກີບ

ວັນທີ 13 ທັນວາ 2022 ນີ້, ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບ ເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ເມື່ອກ່ອນ ປະຈຳງວດທີ III ປີ 2022 ທີ່ສະໂມສອນຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ຄຳຄຽງ ແກ້ວຫອມສົມບັດ ຫົວໜ້າຄະນະຈັດຕັ້ງເມືອງ, ມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ພ້ອມດ້ວຍຄອບຄົວຜູ້ທີ່ໄດ້ຮັບເງິນນະໂຍບາຍດັ່ງກ່າວເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ອັດຕະປື ວ່າດ້ວຍການອະນຸມັດຈ່າຍເງິນນະໂຍບາຍຕາມດຳລັດ 272/ລບ ປະຈຳປີ 2022 ມີທັງໝົດ 11 ທ່ານ ແລະ 3 ເປົ້າໝາຍຄື: ນະໂຍບາຍເງິນປ່ຽນແທນໂກຕາລັດ 1 ທ່ານ, ນະໂຍບາຍອຸດໜູນເສຍຊີວິດ 6 ທ່ານ ແລະ ນະໂຍບາຍອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ 4 ທ່ານ, ລວມເປັນເງິນທັງໝົດ 292 ລ້ານກວ່າກີບ.

ທ່ານ ຫົວໜ້າຄະນະຈັດຕັ້ງເມືອງໄດ້ມີຄຳເຫັນໂອ້ລົມວ່າ: ບໍ່ວ່າຍາມໃດພັກ ແລະ ລັດຖະບານ ກໍຄືຄະນະພັກອໍານາດການປົກຄອງແຂວງ ແລະ ເມືອງສະໜາມໄຊ ບໍ່ເຄີຍມີວັນຫລົງລືມຕໍ່ບຸນຄຸນ, ຄຸນງາມຄວາມດີຂອງບັນດາທ່ານທີ່ເຄີຍເສຍສະຫລະຊີວິດ, ເລືອດເນື້ອເຮື່ອແຮງ ສະຕິປັນຍາໃນພາລະກິດການປະຕິວັດຊາດ ປະຊາທິປະໄຕໃນເມື່ອກ່ອນ ເພາະວ່າມີວັນນັ້ນຈຶ່ງມີວັນນີ້, ພ້ອມທັງໄດ້ ເນັ້ນໃຫ້ປະຊາຊົນຜູ້ທີ່ໄດ້ຮັບນະໂຍບາຍຄັ້ງນີ້ ຈົ່ງນຳໃຊ້ໃຫ້ເງິນນະໂຍບາຍທີ່ໄດ້ຮັບໄປແລ້ວນັ້ນ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອພັດທະນາຊີວິດຄອບຄົວໃຫ້ມີຄວາມຢູ່ດີກິນດີ.