1. ຕີນຂອງແທ່ນແກະສະລັກເປັນຮູບກີບດອກບົວຕິດອ້ອມຈອດກັນ ເຊິ່ງໝາຍເຖິງມູນເຊື້ອຂອງປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ ໄດ້ຮ່ວມແຮງຮ່ວມໃຈກັນປະກອບສ່ວນທາງດ້ານກໍາລັງຊັບ, ກໍາລັງພົນ ເພື່ອຄໍ້າຊູຍູ້ໜູນ ແລະ ສະໜັບສະໜູນຂະບວນການປະຕິວັດຕໍ່ສູ້ປົດປ່ອຍຊາດ;
2. ຕີນຂອງແທ່ນທີ່ທັດຈາກຮູບກີບດອກບົວນັ້ນ ມີລັກສະນະເປັນຮູບ 4 ແຈສາກ 10 ຮູບອ້ອມຈອດກັນ ແລະ ຢູ່ພາຍໃນ ຮູບ 4 ແຈສາກແຕ່ລະຮູບນັ້ນ ໄດ້ຂັອດຮູບນູນທີ່ເປັນເອກະລັກຂອງແຕ່ລະເມືອງ ເຊິ່ງໝາຍເຖີ່ງມູນເຊື້ອເອກະລັກວັດທະນາທຳ, ຮີດຄອງປະເພນີອັນດີງາມ ແລະຄວາມເໝັ່ນຂະຫຍັນພຽນຂອງປະຊາຊົນບັນດາເຜົ່າໃນ 10 ເມືອງທົ່ວແຂວງຫົວພັນ;
3. ຕີນບ່າຂອງແທນຂອບດ້ວຍເສັ້ນລາຍມັດໝີ່ ເຊິ່ງໝາຍເຖິງມູນເຊື້ອເອກະລັກສີໄມ້ລາຍມືໃນການຍິບປັກຖັກແສ່ວ, ຕ່ຳຫູກທໍ່ໄໝຂອງປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ;
4. ບ່າຂອງແທ່ນຂັອດຊື່ແຕ່ລະເມືອງ ເຊິ່ງໝາຍເຖິງຄວາມອຸດົມສົມບູນທີ່ເຕັມໄປດ້ວຍຊັບໃນດິນ, ສິນໃນນໍ້າ ແລະ ພືດພັນທັນຍາຫານຂອງແຕ່ລະເມືອງ.ຕີນຂອງ 10 ເສົາ ທີ່ກ້ຽວກອດກັນ ເຊິ່ງຂອບດ້ວຍຮູບດອກບົວແລະປ້າຍຊື່ ຫົວພັນວີລະຊົນໝາຍເຖິງມູນເຊື້ອ, ຜົນງານຂອງບັນດາບັນພະບູລຸດ ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານອາວຸໂສປະຕິວັດທີ່ໄດ້ຮ່ວມໄມ້ຮ່ວມມືກັນ ພ້ອມກັນອຸທິດຊີວິດຂອງຕົນປະກອບສ່ວນເຂົ້າການປະຕິວັດປົດປ່ອຍຊາດພາຍໃຕ້ຮົ່ມທຸງຂອງພັກປະຊາຊົນປະຕິວັດລາວ.
5. ຕີນຂອງ 10 ເສົາທີ່ກ້ຽວກອດກັນເປັນແທ່ນຂຶ້ນສູ່ຈຸດຕັ້ງຫຼຽນ ທີ່ທາດ້ວຍສີທຸງຊາດລາວ ແລະ ສີຄຳທຸງພັກ ໝາຍເຖີງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຈັບມືຖືແຂນກັນລຸກຮື້ຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວທີ່ເຂົ້າມາຮຸກຮານແຂວງຫົວພັນ ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າໃນ 10ເມືອງ ດ້ວຍຄວາມເສຍສະຫຼະທຸກຢ່າງຜ່ານຜ່າອຸປະສັກ, ແປວໄຟແຫ່ງເສິກສົງຄາມ, ເພື່ອໄຊຊະນະຂອງການປະຕິວັດປົດປ່ອຍຊາດພາຍໃຕ້ການນຳພາຂອງພັກ.
6. ຖານຕິດຫຼຽນວິລະຊົນຂອບດ້ວຍກີບດອກບົວ ເຊິ່ງໝາຍເຖິງປະຊາຊົນລາວບັນດາເຜົ່າ ແຂວງຫົວພັນ ຕ້ອງໄດ້ສືບຕໍ່ຮ່ວມແຮງຮ່ວມໃຈກັນປົກປັກຮັກສາມູນເຊື້ອວິລະຊົນແຫ່ງຊາດ ທີ່ບັນພະບູລຸດຍາດມາໄດ້ ແລະ ພ້ອມກັນເສີມຂະຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນການສ້າງສາພັດທະນາແຂວງຫົວພັນວິລະຊົນ ໃຫ້ຈະເລີນກ້າວໜ້າ ສົມກັບຄຳຂັວນທີ່ວ່າ “ແຂວງຫົວພັນວິລະຊົນ ບຸກຄົນວິລະຊົນ.
7. ໜ່ວຍຈຳລອງຫຼຽນວິລະຊົນມີຮູບຮ່າງລັກສະນະເປັນດາວ 5 ແຈຜະລິດດ້ວຍທອງເຫຼືອງ ມີຄວາມໝາຍວ່າ ຫົວພັນວີລະຊົນແຫ່ງຊາດ ແມ່ນໝາກຜົນແຫ່ງການຕໍ່ສູ້ອັນພິລະອາດຫານ ເຊິ່ງຊາວແຂວງຫົວພັນ ໄດ້ສ້າງວິລະກຳອັນລໍ້າເລີດໄວ້ໃນປະຫວັດສາດຂອງຊາດລາວ ປົດປ່ອຍດິນແດນ ແຂວງຫົວພັນ ສ້າງເປັນເຂດທີ່ໝັ້ນຂອງການປະຕິວັດ, ສ້າງຫນໍ່ແຫນງສັງຄົມໃຫມ່ຂຶ້ນທັງເປັນສູນກາງຊີ້ນຳພາລາກິດຕໍ່ສູ້ປະຕິວັດຕໍ່ສູ້ຂັບໄລ່ໄຖ່ຫົວສັດຕູ, ດ້ວຍຄວາມທໍລະຫົດອົດທົນ ລະອິດລະອ້ຽວ, ທີ່ແສນຫຍຸ້ງຍາກລຳບາກ,ຂອງນັກຮົບ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຫົວພັນ ໄດ້ຍາດແຍງຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່, ຍິ່ງໃຫຍ່ກວ່າເກົ່າ ຈົນຂະຫຍາຍກຳລັງປະຕິວັດແພ່ລາມໄປໃນຂອບເຂດທົ່ວປະເທດ.