ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຸດົມໄຊ ໂ

ໃນລະຫວ່າງວັນທີ 6-8 ພຶດສະພາ 2022, ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບ ຈາກທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ໂອກາດທີ່ໄດ້ລົງເຄື່ອນໄຫວຢ້ຽມຢາມແຂວງອຸດົມໄຊ ໃນຄັ້ງນີ້ ທ່ານ ຄຳພັນ ພົມມະທັດ ໄດ້ຮັບຟັງການລາຍງານຫຍໍ້ສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ເປັນຕົ້ນແມ່ນການນຳພາປັບປຸງວຽກງານການຈັດຕັ້ງ ແລະ ບຸກຄະລາກອນການນຳຂັ້ນແຂວງ, ວຽກງານໂຄສະນາ, ສຶກສາອົບຮົມການເມືອງແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການນຳພາດ້ານເສດຖະກິດ, ດ້ານວັດທະນະທຳ-ສັງຄົມ, ວຽກງານການປັບປຸງກໍ່ສ້າງພັກ-ພະນັກງານ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງ, ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ສຳລັບການນຳພາດ້ານເສດຖະກິດແຂວງອຸດົມໄຊ ໃນໄລຍະຜ່ານມາມີການເຕີບໂຕທາງດ້ານເສດຖະກິດບັນລຸໄດ້ 3,47%, ມູນຄ່າຜະລິດຕະພັນບັນລຸ 5.463 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນເທົ່າກັບ 1.663 ໂດລາ/ຄົນ/ປີ, ການລົງທຶນຂອງພາກລັດ, ເອກະຊົນ ແລະ ການປ່ອຍສິນເຊື່ອບັນລຸໄດ້ 1.020 ຕື້ກີບ, ການເກັບກຳລາຍຮັບບັນລຸໄດ້ 146,71 ຕື້ກີບ (ລື່ນແຜນ 3,17%) ການຄຸ້ມຄອງລາຍຈ່າຍໄດ້ຕາມແຜນຄື 407,15 ຕື້ກີບ, ພົ້ນເດັ່ນກວ່າໝູ່ແມ່ນການຜະລິດສິກໍາ (ການປູກ-ການລ້ຽງ), ການບໍລິການທາງຜ່ານ ແລະ ການທ່ອງທ່ຽວ, ດ້ານແຮ່ທາດ ແລະ ການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດຕາມແລວທາງລົດໄຟ; ສຳລັບວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ດ້ານກວດກາພັກພົບເຫັນສະມາຊິກພັກລະເມີດຂໍ້ຫ້າມຂອງພັກ ແລະ ຖືກປະຕິບັດວິໄນຂັ້ນຕ່າງໆ 35 ສະຫາຍ ຍິງ 3 ສະຫາຍ; ດ້ານກວດກາລັດ ໄດ້ດໍາເນີນການກວດກາສະເພາະກິດຕາມຄໍາສັ່ງ 2 ເປົ້າໝາຍ (ວິສາຫະກິດຂອງລັດ) ຜ່ານການກວດກາພົບເຫັນຜົນເສຍຫາຍ 17,43 ຕື້ກີບ ໃນນີ້ຜົນເສຍຫາຍຕໍ່ຄວາມຮັບຜິດຊອບລວມ 7,62 ຕື້ກີບ ແລະ ຄວາມຮັບຜິດຊອບຂອງບຸກຄົນ 10 ຕື້ກີບ ມີພະນັກງານກ່ຽວຂ້ອງ 20 ຄົນ ຍິງ 13 ຄົນ; ດ້ານວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ດຳເນີນການສືບສວນ-ສອບສວນ ຄະດີສໍ້ລາດບັງຫຼວງ 3 ຄະດີ, ມີພະນັກງານກ່ຽວຂ້ອງ 3 ຄົນ ໃນນີ້ສົ່ງສຳນວນໃຫ້ພາກສ່ວນທີ່ກ່ຽວຂ້ອງ 2 ຄະດີ, ມີພະນັກງານກ່ຽວຂ້ອງ 2 ຄົນ ແລະ ພວມດຳເນີນການສືບສວນສອບສວນ 1 ຄະດີ; ສ່ວນວຽກງານການປະຕິບັດ 2 ວາລະແຫ່ງຊາດ ເຫັນວ່າໄດ້ມີການແຕ່ງຈັ້ງຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ແລະ ຂັ້ນເມືອງ ແມ່ນໄດ້ເອົາໃຈໃສ່ເປັນເຈົ້າການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆຢູ່ຂັ້ນເມືອງ, ຫ້ອງການອ້ອມຂ້າງເມືອງ ແລະ ບັນດາບ້ານ, ກຸ່ມບ້ານ ຊຶ່ງມີຜູ້ເຂົ້າຮ່ວມຮັບຟັງການເຜີຍແຜ່ເປັນຈຳນວນຫຼາຍ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.
ຫຼັງຈາກໄດ້ຮັບຟັງການລາຍງານແລ້ວ, ທ່ານ ຄຳພັນ ພົມມະທັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳແຂວງ ທີ່ເອົາໃຈໃສ່ເສີມຂະຫຍາຍດ້ານສະຕິປັນຍາໃນການຊີ້ນຳ-ນຳພາວຽກງານແຕ່ລະດ້ານມີຜົນສຳເລັດເປັນກ້າວໆ ພ້ອມນັ້ນກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງແຂວງອຸດົມໄຊ ໂດຍສະເພາະວຽກງານພັດທະນາເສດຖະກິດ-ສັງຄົມແມ່ນໃຫ້ເອົາໃຈໃສ່ໃນການຈັດສັນອາຊີບ, ການຈັດສັນທີ່ດິນ, ຜັນຂະຫຍາຍອຸດສາຫະກຳປຸງແຕ່ງ, ການພັດທະນາການທ່ອງທ່ຽວ, ການຄ້າ, ພັດທະນາສີມືແຮງງານ ເພື່ອສະໜອງຕໍ່ການພັດທະນາຂະແໜງການຕ່າງໆ; ການແກ້ໄຂ 2 ວາລະແຫ່ງຊາດ ໃຫ້ສຸມໃສ່ການແກ້ໄຂບັນຫາເສດຖະກິດ-ການເງິນ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບຄວາມສາມາດໃນການເພິ່ງຕົນເອງ ແລະ ມີເງື່ອນໄຂໃນການພັດທະນາຕໍ່ຍອດໃຫ້ກາຍເປັນຕົວແບບຕ່າງໆ, ສ່ວນບັນຫາຢາເສບຕິດໃຫ້ເບິ່ງວ່າຢູ່ແຂວງອຸດົມໄຊແມ່ນມີບັນຫາດ້ານໃດແທ້ເປັນຕົ້ນ ເປັນບ່ອນປູກ, ບ່ອນຜະລິດ ຫຼື ເປັນທາງຜ່ານໄປຫາແຂວງອື່ນ ຫຼື ປະເທດອື່ນ, ເປັນບ່ອນຊື້ບ່ອນຂາຍ ຈາກນັ້ນໃຫ້ສຸມໃສ່ຊອກໃຫ້ເຫັນສາເຫດເພື່ອພ້ອມກັນວິເຄາະເບິ່ງວ່າຜົນຮ້າຍທີ່ເກີດຂຶ້ນຈາກຢາເສບຕິດຢູ່ແຂວງອຸດົມໄຊ ວ່າຈະແກ້ໄຂແນວໃດ; ສ່ວນວຽກງານກວດກາຕ້ອງເສີມຂະຫຍາຍຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນຕໍ່ວຽກງານກວດກາເອົາໃຈໃສ່ຕິດຕາມ, ກວດກາປົກກະຕິຕໍ່ເນື່ອງ, ກວດກາຕ້ອງທົ່ວເຖິງ, ຕ້ອງລະອຽດ, ຕ້ອງໄຕ່ຕອງເລິກເຊິ່ງ, ຫຼັງຈາກກວດກາແລ້ວເຫັນບັນຫາແລ້ວຕ້ອງດໍາເນີນການແກ້ໄຂໃຫ້ເດັດຂາດ, ທັນການ, ເປັນທໍາ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຄະນະພັກແຕ່ລະຂັ້ນຕ້ອງເຄົາລົບ ແລະ ປະຕິບັດເຂັ້ມງວດບັນດາຫຼັກການຂອງພັກ, ກົດໝາຍຂອງລັດ ເດັດຂາດຕໍ່ຜູ້ລະເມີດບໍ່ວ່າຈະເປັນການຈັດຕັ້ງ ຫຼື ບຸກຄົນເພື່ອຄວາມຖືກຕ້ອງໃນການເຮັດໜ້າທີ່ຂອງກວດກາໃຫ້ໄປຕາມທິດທາງ, ຕາມຫຼັກການ, ເປັນການກະຕຸ້ນຄວາມຮັບຜິດຊອບ, ເປັນອັນຄໍ້າປະກັນໃນການປົກປ້ອງພະນັກງານທີ່ເຮັດວຽກງານກວດກາ, ເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ເມື່ອມີບັນຫາການລະເມີດຕ້ອງແກ້ໄຂຢ່າງເດັດຂາດບໍ່ປ່ອຍປະໃຫ້ຄຸມເຄືອໃຫ້ສັງຄົມລະແວງສົງໃສ.
อาจเป็นรูปภาพของ 9 คน, ผู้คนกำลังยืน และ สถานที่ในร่ม
ໂອກາດທີ່ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໃນຄັ້ງນີ້ ທ່ານ ຄຳພັນ ພົມມະທັດ ຍັງໄດ້ໄປຢ້ຽມຢາມ ບໍລິສັດ ຊ່ວງໄຊ ພັດທະນາກະສິກຳ ຈຳກັດຜູ້ດຽວ-ໂຄງການປູກມອນລ້ຽງມ້ອນ ຊຶ່ງເປັນບໍລິສັດຜະລິດສິນຄ້າກະສິກຳກ່ຽວກັບການສົ່ງເສີມປູກມອນລ້ຽງມ້ອນເປັນສິນຄ້າເພື່ອສົ່ງອອກ ຊຶ່ງກໍ່ຕັ້ງຂຶ້ນໃນປີ 2019 ມີເນື້ອທີ່ປູກທັງໝົດ 410 ເຮັກຕາ, ລວມມີ 4 ເມືອງຄື: ເມືອງໄຊ 13 ບ້ານ 310 ເຮັກຕາ, ເມືອງແບ່ງ 3 ບ້ານ 25 ເຮັກຕາ, ເມືອງງາ 3 ບ້ານ 50 ເຮັກຕາ ແລະ ເມືອງຮຸນ 1 ບ້ານ 25 ເຮັກຕາ, ມີໂຮງເຮືອນລ້ຽງມ້ອນ 16 ຫຼັງ ມີພະນັກງານພາກສະໜາມ 180 ຄົນ, ເປັນການລົງທຶນຂອງນັກລົງທຶນ ສປ ຈີນ