ແຂວງຫົວພັນ ເປີດຫໍຫລຽນຈຳລອງຫົວພັນວິລະຊົນ

ວັນທີ 7 ທັນວາ 2022 ນີ້, ແຂວງຫົວພັນໄດ້ຈັດພິທີເປີດຫໍຫລຽນຈຳລອງຫົວພັນວິລະຊົນ ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ຕິດກັບໜ່ວຍແກ້ວຫລັກເມືອງ ເທດສະບານ ເມືອງຊຳເໜືອ ແຂວງຫົວພັນ ໂດຍການເປັນປະທານ ຂອງ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ,  ມີບັນດາທ່ານການນຳຂັ້ນສູນກາງ ແລະ ການນຳທ່ອງຖິ່ນ ຂະແໜ່ງການຕ່າງໆເຂົ້າຮ່ວມ.

ທ່ານ ອານົງລັກ ແສງສຸລິຍາ ເຈົ້າເມືອງຊຳເໜືອ ທັງເປັນປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຊຳເໜືອ ໃນນາມເຈົ້າຂອງໂຄງການກໍ່ສ້າງຫລຽນຈຳລອງຫົວພັນວິລະຊົນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໂຄງການ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວມີຄວາມໝາຍຄວາມສຳຄັນຕໍ່ແຂວງຫົວພັນ ເຊີ່ງຕິດພັນກັບປະຫວັດສາດ, ຮີດຄອງປະເພນີ, ວິຖີການດຳລົງຊີວິດ, ການຕໍ່ສູ້ປົດປ່ອຍປະເທດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ມີທີ່ຕັ້ງຢູ່ສວນສາທາລະນະມິດຕະພາບຫົວພັນ-ແທັງຮວ່າ ຕິດກັບເຂດບໍລິເວນໜ່ວຍແກ້ວຫລັກເມືອງ, ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມັງກອນ 2022 ແລະ ສຳເລັດໃນທ້າຍເດືອນກັນຍາ 2022, ມີໄລຍະເວລາກໍ່ສ້າງ 9 ເດືອນ ເຊີ່ງໂຄງການປະກອບດ້ວຍ: ກໍ່ສ້າງເສົາຮອງຮັບຮູບຈຳລອງຫລຽນວິລະຊົນ ເປັນຮູບ 10 ຫລ່ຽມ, ເປັນໂຄງສ້າງເບຕົງເສີມເຫລັກ, ກໍ່ດິນຈີ່ຕັນ ແລະ ຕົບແຕ່ງດ້ວຍລວດລາຍເອກະລັກຕ່າງໆ, ຕີນເສົາມີເສັ້ນຜ່າກາງ 8 ແມັດ, ປາຍເສົາມີເສັ້ນຜ່າກາງ 1,33 ແມັດ, ແທ່ນເສົາມີລວງສູງ 7,20 ແມັດ, ລວມມີ 7 ຂັ້ນ ແຕ່ລະຂັ້ນມີຄວາມໝາຍແຕກຕ່າງກັນ. ສະເພາະໜ່ວຍຫລຽນຈຳລອງ ຫົວພັນວິລະຊົນ ມີຂະໜາດ ແລະ ຄວາມໜາ 15 ຊັງຕີແມັດ, ກວ້າງ 1,33 ແມັດ, ສູງ 1,88 ແມັດ, ຜະລິດດ້ວຍທອງເຫລືອງ ເຊີ່ງລວມມີ 2 ໜ້າ ລວມມູນຄ່າກໍ່ສ້າງທັງໝົດ 569 ລ້ານກວ່າກີບ.

ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນໄດ້ເລົ່າຄືນມູນເຊື້ອຫົວພັນວິລະຊົນ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງແຂວງຫົວພັນໂດຍຫຍໍ້, ສະພາບການກົດຂີ່ຂູດຮີດຂອງຈັກກະພັດຕ່າງດ້າວ ແລະ ການລຸກຮື້ຂື້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດຂອງປະຊາຊົນບັນດາເຜົ່າຢູ່ແຂວງຫົວພັນນັບແຕ່ປີ 1890 ເປັນຕົ້ນມາ ໃນນັ້ນ ລົງເລີກເຖິງຜົນງານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າແຂວງຫົວພັນ ທີ່ຍາດມາໄດ້ ເປັນຕົ້ນແມ່ນ ສາມາດເປີດບັ້ນຮົບນ້ອຍໃຫຍ່ທັງໝົດ 7.633 ຄັ້ງ, ສາມາດປັດເຂ່ຍສັດຕູອອກຈາວົງສູ້ຮົບໄດ້ 22.654 ຄົນ, ຂ້າຕາຍ 12.340 ຄົນ, ບາດເຈັບ 4.240 ຄົນ, ຈັບໄດ້ ແລະ ອອກມາຍອມ 4.090 ຄົນ, ໂຕນປະຖັນແຖວ 1.944 ຄົນ, ຢືດ ແລະ ທຳລາຍປືນຊະນິດຕ່າງໆ 15.126 ກະບອກ, ຢືດ ແລະ ທຳລາຍລົດຊະນິດຕ່າງໆ ໄດ້ 3 ຄັນ, ທຳລາຍສູນເຣດາ 1 ແຫ່ງ, ທຳລາຍສາງອາວຸດ 3 ແຫ່ງ, ຢືດ ແລະ ທຳລາຍພາຫະນະສົງຄາມ 60 ໂຕນ, ຍິງຍົນຕົກ 258 ລຳ, ຢືດຈັກໄຟຟ້າ 6 ເຄື່ອງ, ຢືດ ແລະ ທຳລາຍຈັກໂທລະເລກ-ໂຟນີ 176 ເຄື່ອງ.

อาจเป็นรูปภาพของ 6 คน และ กลางแจ้ง

ເພື່ອສະໜັບສະໜູນຂະບວນການປົດປ່ອຍຊາດເວົ້າລວມ, ເວົ້າສະເພາະແມ່ນປົດປ່ອຍແຂວງຫົວພັນນັ້ນ, ປະຊາຊົນບັນດາເຜົ່າໄດ້ປະກອບສ່ວນທາງດ້ານກຳລັງຊັບ ແລະ ກຳລັງຄົນເຂົ້າໃນຂະບວນການດັ່ງກ່າວຢ່າງເປັນຂະບວນຄື: ສົ່ງລູກຫລານເຂົ້າເປັນທະຫານ 15.459 ຄົນ, ເປັນພະນັກງານ 16.649 ຄົນ, ຊ່ວຍຊຸກເຊື່ອງທະຫານ-ພະນັກງານ 12.240 ຄັ້ງ, ຊ່ວຍປີ່ນປົວທະຫານ-ພະນັກງານຖືກບາດເຈັບຈາກສົງຄາມ 16.121 ເທື່ອຄົນ, ຊ່ວຍລຳລຽງເຄື່ອງຮັບໃຊ້ແນວໜ້າ 5.051 ເທື່ອຄົນ, ຊ່ວຍເງີນ 699 ລ້ານກວ່າກີບ, ເງິນຂັນ 56 ຂັນ, ອອກເຂົ້າຊ່ວຍຊາດ 433.997 ໂຕນ, ຊ່ວຍງົວ,ຄວາຍ,ໝູ, ເປັດ, ໄກ່ ເກືອບ 2 ແສນໂຕ, ເຄື່ອງນຸ່ງຫົ່ມ 20.000 ກວ່າຜືນ ແລະ ຊ່ວຍວັດຖຸອື່ນໆເກືອບ 2 ລ້ານໂຕນ.

ຈາກຜົນງານດັ່ງກ່າວນັ້ນ, ໃນກອງປະຊຸມນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດທົ່ວປະເທດ ຄັ້ງທີ 2 ແຂວງຫົວພັນໄດ້ຮັບນາມມະຍົດເປັນແຂວງວິລະຊົນແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 17/ປທປທ ລົງວັນທີ 5 ເມສາ 1979 ເພື່ອຈາລຶກຄຸນງາມຄວາມດີອັນດີເດັ່ນ ເປັນຕົວແທນໃຫ້ບັນດາກົມກອງ ແລະ ບຸກຄົນທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ການປະຕິວັດສູນກາງ.

ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຂື້ນຕັດແຖບຜ້າ ແລະ ລັ່ນຄ້ອງເກົ້າບາດເພື່ອເປັນສີຣິມຸງຄຸນ ເປີດຫໍຫລຽນຈຳລອງຫົວພັນວິລະຊົນ ຢ່າງເປັນທາງການ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ กลางแจ้ง