ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ນະຄອນໄກສອນ ພົມວິຫານ ສຳເລັດແລ້ວ 75%

ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງໃນເຂດນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມາຮອດປັດຈຸບັນຄືບໜ້າແລ້ວ 75% ເພື່ອເປັນເຂດທ່ອງທ່ຽວແຫ່ງໃໝ່ຂອງແຂວງສະຫວັນນະເຂດ ໂດຍຈະສ້າງໃຫ້ມີບ່ອນພັກຜ່ອນ, ບ່ອນອອກກຳລັງກາຍ, ບ່ອນນັ່ງຊົມວິວ, ມີສວນດອກໄມ້, ຮ້ານອາຫານ, ຕະຫລາດກາງຄືນ ແລະ ອື່ນໆ ໂດຍຄາດວ່າຈະໃຫ້ສໍາເລັດ 100% ໃນຕົ້ນປີ 2021 ທີ່ຈະມາເຖິງນີ້.

ຫົວໜ້າຄຸ້ມຄອງໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນດັ່ງກ່າວມີຄວາມຍາວທັງໝົດ 980 ແມັດ ເລີ່ມແຕ່ທ່າບັກເກົ່າລຽບລົງໄປຕາມລໍາແມ່ນໍ້າຂອງ ໂດຍໄດ້ຖົມດິນຊາຍຈາກຂອບທາງອອກໄປ 50 ແມັດ ໂດຍໄດ້ລົງມືກໍ່ສ້າງມາແຕ່ກາງປີ 2019 ລວມມູນຄ່າທັງໝົດ 4,5 ລ້ານກວ່າໂດລາສະຫະລັດ ໂດຍແມ່ນ ບໍລິສັດ ລາວມີໄຊ ກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ.
ໂຄງການນີ້ແມ່ນ 1 ໃນ 7 ກິດຈະກໍາທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນໍ້າຂອງ ເອີ້ນວ່າ: GMS ຂອງແຂວງສະຫວັນນະເຂດ ເພື່ອປະກອບສ່ວນພັດທະນານະຄອນໄກສອນ ພົມວິຫານ ກໍຄືແຂວງສະຫວັນນະເຂດໃຫ້ມີໃບໜ້າໃໝ່ທີ່ງົດງາມກວ່າເກົ່າ.

