ສສຊ ຫລາຍແຂວງ ເປັນຫ່ວງຫລັງເຫັນວ່າຫລາຍແຜນການ, ໂຄງການ ແລະ ໜ້າວຽກຕ່າງໆ ຂອງລັດຖະບານທີ່ບໍ່ບັນລຸຕາມແຜນການ

ວັນທີ 6 ທັນວາ 2022 ເຊິ່ງເປັນມື້ທີ 2 ໃນການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ, ສສຊ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ໂດຍໄດ້ສະແດງຄວາມເປັນຫວ່ງຕໍ່ຫລາຍແຜນການ, ໂຄງການ ແລະ ໜ້າວຽກຕ່າງໆ ຂອງລັດຖະບານທີ່ບໍ່ບັນລຸຕາມແຜນການວາງໄວ້.

ທ່ານ ສາຍສະໝອນ ອິນທິເສນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 4 ແຂວງສາລະວັນໄດ້ມີ ຄໍາເຫັນວ່າ: ຜ່ານມາ, ເຖິງວ່າມີຫລາຍແຜນງານຂອງລັດຖະບານ ບັນລຸຕາມແຜນການວາງໄວ້, ແຕ່ກໍມີຫລາຍໂຄງການບໍ່ບັນລຸແຜນ ຊຶ່ງຕໍ່ໜ້າ, ຂະແໜງການຕ່າງໆຂອງພາກລັດຄວນລົງເລິກຕື່ມດ້ານຕ່າງໆຂອງບັນດາແຜນງານ ແລະ ໂຄງການ ທີ່ລັດກໍານົດຜ່ານມາ ເພື່ອໃຫ້ແທດເໝາະກັບການລົງທຶນ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ທັງຮັບປະກັນຜົນປະໂຫຍດຂອງລັດ. ສ່ວນການເໜັງຕີງຂອງລາຄາສິນຄ້າທີ່ມີລັກສະນະເພີ່ມຂຶ້ນແບບທົບເທົ່າຫລາຍລາຍການ ກໍເກີດຈາກຂອດຄຸ້ມຄອງທີ່ຍັງບໍ່ທັນຮັດກຸມ ແລະ ບໍ່ທັນໄດ້ລົງເລິກບັນຫາຂອງຕົ້ນເຫດອັນແທ້ຈິງ ເພື່ອນໍາມາແກ້ໄຂຈຶ່ງພາໃຫ້ປະເທດເຮົາສືບຕໍ່ປະສົບບັນຫາ ລາຄາສິນຄ້າຫລືຄ່າຄອງຊີບທີ່ສູງ. ສ່ວນການລົງທຶນກໍພົບບັນຫາການບໍ່ໄຫລເຂົ້າຂອງເງິນຕາໃນຫລາຍໂຄງການ.

ທ່ານ ບຸນລ້ອມ ແກ້ວບຸນໂຮມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບຸລີ ມີຄໍາເຫັນວ່າ: ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕ້ານການຟຸມເຟືອຍໃນຂົງເຂດລັດ, ແຕ່ຕົວຈິງແລ້ວກໍພົບເຫັນຫລາຍຂົງເຂດ ແລະ ບາງອົງການຈັດຕັ້ງ ຍັງໃຊ້ຈ່າຍງົບປະມານລັດຟຸມເຟືອຍ ແລະ ບໍ່ແທດເໝາະກັບສະພາບເງື່ອນໄຂສັງຄົມ ເຊິ່ງບັນຫານີ້ສະທ້ອນໃຫ້ເຫັນເຖິງເຫລື່ອມລໍ້າດ້ານຖານະເສດຖະກິດໃນອົງການດ້ວຍກັນ. ແນວໃດກໍດີສະເໜີໃຫ້ລັດຈັດສັນງົບປະມານເຂົ້າໃນຂົງເຂດວັດທະທໍາ-ສັງຄົມເພີ່ມຂຶ້ນຕື່ມ ເພື່ອຮັບປະກັນໃຫ້ບັນດາຄາດໝາຍໃນຂົງເຂດສາທາລະນະສຸກ, ການສຶກສາ, ແຮງງານ, ວັດທະນະທໍາ, ຖະ ແຫລງຂ່າວ, ການແກ້ໄຂຄວາມທຸກຍາກ ແລະ ວຽກງານອື່ນໆ ໄດ້ປະຕິບັດດີຂຶ້ນ.

ທ່ານ ວຽງໄຊ ສີວິໄລ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ກໍສະເໜີລັດພິ ຈາລະນາຕື່ມການຈັດສັນງົບປະມານ ເພື່ອຊໍາລະໜີ້ໂຄງການພາຍໃນ ໂດຍສະເພາະບັນດາໂຄງການທີ່ຈັດຕັ້ງປະຕິບັດສໍາເລັດແລ້ວ ເພື່ອໃຫ້ໂຄງການເຫລົ່ານັ້ນສາມາດສືບຕໍ່. ສ່ວນໂຄງການທີ່ສະເໜີສືບຕໍ່ກໍຄວນປະເມີນມູນຄ່າ ຄືນໃໝ່ເພື່ອໃຫ້ເໝາະສົມກັບຄວາມຕ້ອງການຕົວຈິງ ບໍ່ໃຫ້ເສຍງົບປະມານລັດໃນໂຄງການທີ່ບໍ່ມີປະສິດທິຜົນແບບຫລວງຫລາຍ.

ແນວໃດກໍຕາມ, ຍັງມີ ສສຊ ຫລາຍເຂດໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ໂດຍສຸມໃສ່ບັນຫາເສດຖະກິດທີ່ມີຄວາມຫຍຸ້ງຍາກ, ບັນຫາໜີ້ສິນຂອງລັດ, ສະພາບເງິນເຟີ້ເພີ່ມຂຶ້ນ, ການຄຸ້ມຄອງເງິນຕາບໍ່ທັນຮັດກຸມ, ການຈັດສັນງົບປະມານຊ້າ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງບໍ່ທັນປະຕິບັດໄດ້ຕາມເປົ້າໝາຍ.