ປະທານາທິບໍດີ ແມັກຊິກໂກ, ວີເນຊູເອລາຂານອາສາສັກວັກຊີນ ໂຄວິດ-19 ຂອງລັດເຊຍ

ສຳນັກຂ່າວ thanhnien, ວັນທີ 18 ສິງຫານີ້ ໃຫ້ຮູ້ວ່າ: ປະທານາທິບໍດີຂອງ ແມັກຊິກໂກ  Andres Manuel Lopez Obrador ຢືນຢັນວ່າ ເຂົາຈະຂານອາສາເປັນໜຶ່ງໃນຄົນທຳອິດທີ່ຈະສັກວັກຊີນໂຄວິດ-19 ຂອງລັດເຊຍ ຖ້າຫາກວ່າວັກຊີນດັ່ງກ່າວສາມາດຄຸ້ມກັນພະຍາດໄດ້.

ກ່ອນໜ້ານັ້ນບໍດົນ ປະທານາທິບໍດີ Nicolas Maduro ຂອງເວເນຊູເອລາ ກໍໄດ້ປະກາດວ່າ ເຂົາຈະເປັນຜູ້ທຳອິດສັກວັກຊີນ Sputnik V ຂອງລັດເຊຍ.

ທ່ານກ່າວໃນໂທລະພາບວ່າ: “ຂ້ອຍຮູ້ສຶກພາກພູມໃຈທີ່ສຸດທີ່ລັດເຊຍເປັນປະເທດທຳອິດໃນໂລກ ທີ່ມີວັກຊີນສັກໃຫ້ປະຊາຊົນຂອງເຂົາ ແລະ ຮອດທີ່ພວກເຮົາກໍຈະໄດ້ສັກໝົດທຸກຄົນ. ຂ້ອຍຈະເປັນຄົນທຳອິດສັກວັກຊີນດັ່ງກ່າວ. ຂ້າພະເຈົ້າຈະເປັນແບບຢ່າງ”.

ທ່ານ Maduro ຢືນຢັນວ່າ: ລັດຖະບານເວເນຊູເອລາຈະສັກວັກຊີນໂຄວິດ-19ໃຫ້ພະນັກງານແພດ, ຜູ້ເຖົ້າ ແລະ ຜູ້ທີ່ມີບັນຫາທາງດ້ານສຸຂະພາບ.

ຂ່າວ: ລູກເມືອງພວນ.