ສື່ສະເປນ ຢືນຢັນ ໂຣນັລໂດ ຍ້າຍໄປ ອັລ-ນາສເຊີ ທີມໃນລີກຊາອຸດິອາຣະເບຍ ພ້ອມຮັບຊັບມະຫາສານ

Marca ສື່ສະເປນ ຢືນຢັນວ່າ ຄຣິສຕຽນໂນ ໂຣນັລໂດ ດາວເຕະທີມຊາດໂປຣຕຸເກສ ຈະຍ້າຍໄປຮ່ວມທີມ ອັລ ນາສເຊີ ທີມໃນຊາອຸດິດ ອາຣະເບຍ ນັບຕັ້ງແຕ່ວັນທີ 1 ມັງກອນ ປີ 2023 ເປັນຕົ້ນໄປ ດ້ວຍສັນຍາ 2 ປີເຄິ່ງ.

ໂຣນັລໂດ ອາຍຸ 37 ປີ ທີ່ຫາກໍແຍກທາງກັບ ແມນເຊສເຕີ ຢູໄນເຕັດ ເຮັດໃຫ້ເວລານີ້ ລາວເປັນນັກເຕະທີ່ບໍ່ມີສັງກັດ ເຊິ່ງລາຍງານຂ່າວສະເປນ ຢືນຢັນວ່າ ໂຣນັລໂດ ຕັດສິນໃຈທີ່ຈະລົ້ມເລີກການເຮັດສະຖິຕິໃນບານຢູຟາ ແຊ໊ມປຽນ ລີກ ແລ້ວ ເພື່ອເຊັນສັນຍາກັບ ອັລ-ນາສເຊີ ທີມໃນຊາອຸດິອາຣະເບຍ ແລກກັບຄ່າເມື່ອຍທີ່ຈະໄດ້ຮັບປະມານ 200 ລ້ານຢູໂຣ.

ສຳລັບ ອັລ-ນາສເຊີ ປັດຈຸບັນມີ ຣູດີ ກາເຊຍ ຜູ້ຈັດການທີມຊາວຝຣັ່ງຄຸມທີມຢູ່ ໂດຍກ່ອນໜ້ານີ້ ທີມໃຫຍ່ແຫ່ງຊາອຸດິອາຣະເບຍ ໄດ້ຄວ້າຕົວ ດາວິດ ອອສປີນາ ອະດີດຜູ້ຮັກສາປະຕູ ອາເຊນອລ ຊາວໂຄລອມເບຍ ເຊິ່ງຫາກໍຫມົດສັນຍາກັບ ນາໂປລີ ໄປຮ່ວມທີມ.