ວິເອຣ່າ ຢືນຢັນ ພາເລດ ພ້ອມເຮັດທຸກທາງເພື່ອຕໍ່ສັນຍາໃຫມ່ ຊາຮາ

ປາທຣິກ ວິເອຣ່າ ຜູ້ຈັດການທີມ ຄຣິສຕັລ ພາເລດ ຢືນຢັນວ່າສະໂມສອນຈະເຮັດທຸກຢ່າງເພື່ອຕໍ່ສັນຍາໃຫມ່ກັບ ວິລຟຣີດ ຊາຮາ ໃຫ້ໄດ້.

ປີກທີມຊາດໄອວໍຣີໂຄດ ອາຍຸ 29 ປີ ມີສັນຍາກັບທີມຈົນເຖິງກາງປີ 2023 ແລະ ການເຈລະຈາສັນຍາໃຫມ່ກັບສະໂມສອນກໍຍັງບໍ່ ສາມາດຫາຂໍ້ສະຫລຸບໄດ້ ໂດຍໃນເວລານີ້ລາວເປັນນັກເຕະທີ່ໄດ້ຮັບຄ່າເມື່ອຍແພງທີ່ສຸດຂອງສະໂມສອນຢູ່ແລ້ວ ລວເມຖິງເປັນ ດາວຍິງປະຈຳທີມນຳອີກ.

“ ຂ້ອຍບໍ່ມີຄວາມສົງໃສໃດທັງຫມົດກັບການທີ່ຢາກໃຫ້ລາວຢູ່ກັບສະໂມສອນຕໍ່ໄປ ແຕ່ໃນເວລາດຽວກັນ ສະໂມສອນກໍຕ້ອງສະ ແດງຄວາມມຸ້ງຫມັ້ນທີ່ຢາກຈະເກັບລາວໄວ້ຕໍ່ໄປເຊັ່ນດຽວກັນ ”.

“ ຂ່າວລືມີອອກມາສະເຫມີສຳລັບນັກເຕະທີ່ດີ ແລະ ພວມຈະຫມົດສັນຍາກັບທີມ ເຮົາເຮັດໄດ້ພຽງຈະແຈ້ງວ່າເຮົາຕ້ອງການ ຫຍັງຈາກລາວ ແລະ ເຮົາພ້ອມຈະເຮັດຫຍັງເພື່ອລາວແດ່ ແນ່ນອນ ຊາຮາ ສະແດງອອກດ້ວຍຜົນງານເພື່ອທີມ ແລະ ມຸ້ງຫມັ້ນຢ່າງຫລາຍໃນສະໜາມ ລາວເປັນຄົນສຳຄັນຂອງທີມຢ່າງແນ່ນອນ ແລະ ລາວເອງກໍຮູ້ໃນເລື່ອງນີ້ ແລະ ຂ້ອຍຄິດ ວ່າລາວຮັກທີ່ຈະແບກຮັບພາລະແຮງກົດດັນເອົາໄວ້ກັບຕົນເອງ ”.