ປກສ ແຂວງສະຫວັນນະເຂດ ທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍ

ວັນທີ 24 ພະຈິກ 2022 ນີ້ ປກສ ແຂວງສະຫວັນນະເຂດໄດ້ ທຳລາຍອາວຸດລ່າເນື້ອ ປະເພດປືນແກັບຈຳນວນ 1.700 ກະບອກ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍຈຳນວນໜຶ່ງ ຢູ່ທີ່ສູນດັດສ້າງ ຫລັກ 33 ເມືອງ ໄຊພູທອງ ແຂວງສະຫວັນນະເຂດ.
ທ່ານ ພັນໂທ ບຸນລວນ ເດດວົງສາ ຫົວໜ້າພະແນກອາຊີບພາຫະນະພິເສດ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃຫ້ຮູ້ວ່າ: ປກສ ແຂວງໄດ້ເອົາໃຈໃສ່ ຄຸ້ມຄອງພົນລະເມືອງໃນການທຳມາຫາກິນ, ການດຳລົງຊີວິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຕິດຕາມກວດກາ ແລະ ຢຶດອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະ ເຄື່ອງມືຊັອດປາ ຈາກຜູ້ລະເມີດຕໍ່ລະບຽບກົດໝາຍ ເພື່ອນຳໄປມອບໃຫ້ ປກສ ແຂວງເອົາໄປທຳລາຍຖິ້ມ ເຊິ່ງອາວຸດລ່າເນື້ອ ແລະ ເຄື່ອງມືທີ່ນຳເອົາມາທຳລາຍດ້ວຍການຈູດຄັ້ງນີ້ປະກອບມີປືນແກັບຈຳນວນ 1.700 ກະບອກ, ວັດຖຸທີ່ຕ້ອງຫ້າມມີ 5 ລາຍການຄື: ລູກຂີ້ກົ່ວ ຈຳນວນ 170 ກິໂລ, ດອກແກັບ 99 ກັບ, ຂີ້ເຈຍ 36 ກິໂລ, ໝໍ້ຊັອດປາ 6 ໜ່ວຍ.

