ເພົ້າສ໌ ແອັບພິເຄເຊິນ ທີ່ຊ່ວຍຈັດການດ້ານສຸຂະພາບຂອງທ່ານໃຫ້ກາຍເປັນເລື່ອງງ່າຍຍິ່ງຂຶ້ນ (ຟຣີດາວໂຫລດ)

ໃນວັນທີ 19 ຕຸລາ 2020 ນີ້, ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳກັດ Prudential Life Assurance (Lao) Company Limited ໄດ້ມີການເປີດໂຕ ເພົ້າສ໌ ແອັບພິເຄເຊິນ (Pulse) ຢ່າງເປັນທາງການ ຂຶ້ນຢູ່ນະຄອນຫລວງວຽງຈັນ, ເຊິ່ງຈະເປັນ ແອັບພິເຄເຊິນໃນລາວທີ່ຊ່ວຍຜູ້ໃຫ້ໃຊ້ໃນການຈັດການດ້ານສຸຂະພາບໂດຍບໍ່ມີການເສຍຄ່າໃຊ້ຈ່າຍໃດໆ. ພາຍໃຕ້ການນຳພາຂອງ ທ່ານ ວິເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ, ໂດຍການເຂົ້າຮ່ວມຈາກຜູ້ຕາງໜ້າກະຊວງສາທາລະນະສຸກ, ກະຊວງການເງິນ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ກະຊວງແຜນການ ແລະ ການລົງທຶນ.
ເພົ້າສ໌ ເປັນແອັບພິເຄເຊີນທີ່ນຳໃຊ້ລະບົບ ປັນຍາປະດິດ ຫລື AI ເປັນເຄື່ອງມືໃນການໃຫ້ຂໍ້ມູນຢ່າງຖືກຕ້ອງຊັດເຈນໃຫ້ກັບຜູ້ໃຊ້ຕະຫລອດເວລາ. ຜູ້ໃຊ້ສາມາດເຂົ້າເຖິງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນ ໂຮງໝໍ ແລະ ຄລີນິກທີ່ໃກ້ຄຽງໃນຍາມສຸກເສີນ.
ສຳລັບຄຸນລັກສະນະທີ່ມາພ້ອມກັບການເປີດໂຕໃນຄັ້ງນີ້ມີ:
1./ ການປະເມີນສຸຂະພາບ Healthcheck (ໂດຍບໍລິສັດ ບາບີໂລນ, ເຊິ່ງເປັນ ບໍລິສັດສາທາ ລະນະສຸກລະດັບສາກົນທີ່ມີຢູ່) ເປັນເຄື່ອງມືໃນການປະ ເມີນຜົນໃນຊີວິດປະຈຳວັນ ແລະ ການຄາດເດົາຄວາມສ່ຽງທາງດ້ານພະຍາດ ໂດຍການຕອບຄຳຖາມ ໃນເວລາ 15 ນາທີ, ຜູ້ຊົມໃຊ້ສາມາດຮັບຮູ້ຜົນໂດຍທັນທີກ່ຽວກັບສະພາບຮ່າງກາຍໂດຍລວມ ແລະ ຄວາມສ່ຽງຂອງພະຍາດທີ່ຈະເກີດຂຶ້ນໃນໄລຍະຍາວ ອີງຕາມພຶດຕິກຳການໃຊ້ຊີວິດປະຈຳວັນຂອງທ່ານ, ປະຫວັດທາງການແພດ ຂອງທ່ານ ແລະ ຄອບຄົວ, ການກິນອາຫານ ແລະ ສຸຂະພາບຈິດ. ຜົນຈະຖືກລາຍງານໂດຍສ້າງມຸມມອງກາຍະວິພາກ 3 ມິຕິຂອງຮ່າງກາຍທີ່ມີຊື່ວ່າ “Digital Twin” ລວມທັງຄຳແນະນຳທາງ ດ້ານສຸຂະພາບ ເພື່ອຊ່ວຍ ໃນການຫຼຸດຜ່ອນຄວາມສ່ຽງທາງພະຍາດ ແລະ ເສີມສ້າງສຸຂະພາບໂດຍລວມໃຫ້ດີຂຶ້ນ.
2./ ກວດສອບອາການ (ຂັບເຄື່ອນດ້ວຍ Babylon) Symptom Checker, ເປັນບໍລິສັດດ້ານ ການດູແລຮັກສາສຸຂະພາບລະດັບໂລກຢູ່ໃນເອເຊຍ-ຜູ້ໃຊ້ສາມາດຂຽນຂໍ້ມູນອາການແລ້ວສົ່ງໃຫ້ຫຸ່ນຍົນສົນທະນາ (chatbot) ທີ່ຂັບເຄື່ອນດ້ວຍລະບົບ AI ເພື່ອຮັບຂໍ້ມູນຢ່າງວ່ອງໄວ, ແທດເໝາະ, ເປັນຂໍ້ມູນດ້ານການແພດທີ່ໜ້າເຊື່ອຖື, ພ້ອມທັງໃຫ້ຄໍາແນະນໍາໃນຂັ້ນຕອນຕໍ່ໄປທີ່ຄວນປະຕິບັດໄດ້ໃນໂທລະສັບມືຖືຂອງທ່ານເອງ. ເພາະລະບົບນີ້ເຮັດໜ້າທີ່ເປັນຜູ້ຊ່ວຍຜູ້ທຳອິດສໍາລັບຜູ້ໃຊ້ໃນເວລາທີ່ຕ້ອງການການດູແລອາການ, ລະບົບສາມາດເຮັດຜູ້ໃຊ້ ເຂົ້າໃຈອາການໄດ້ຫລາຍຂຶ້ນ ແລະ ສາມາດແນະນໍາວ່າຈະຊອກຫາຄໍາແນະນໍາ ເພີ່ມເຕີມຈາກຜູ້ຊ່ຽວຊານດ້ານສຸຂະພາບຈາກໃສຈິ່ງເຫມາະສົມທີ່ສຸດ. ໃນຕອນທ້າຍຂອງການສົນທະນານໍາຫຸ່ນຍົນສົນທະນາ, ຜູ້ໃຊ້ຈະຖືກແນະນໍາຜົນທີ່ເຫມາະສົມ (ຕົວຢ່າງ: “ການດູແລສຸຂະພາບ”, “ຮ້ານຂາຍຢາ”, “ໂຮງຫມໍ”, ແລະ ອື່ນໆ) ແລະ ໃຫ້ຂໍ້ມູນເພີ່ມຕື່ມກ່ຽວກັບສາເຫດ ທີ່ອາດພາໃຫ້ເກີດ ອາການດັ່ງກ່າວ.
ການກວດອາການ ແລະ ການປະເມີນສຸຂະພາບ ບໍ່ໄດ້ມີຈຸດປະສົງໃນ ການກວດຫາ ຫລື ບົ່ງມະຕິພະຍາດ. ນອກຈາກນີ້, ການກວດອາການ ແລະ ການປະເມີນສຸຂະພາບ ບໍ້ເໝາະສົມກັບຜູ້ຍິງຖືພາ ແລະ ເດັກນ້ອຍທີ່ມີ ອາຍຸ 18 ປີລົງມາ, ຜູ້ໃຊ້ທີ່ມີອາການທາງດ້ານສຸຂະພາບໄລຍະຍາວ ຫລື ຜູ້ພິການທີ່ມີຄວາມຕ້ອງການ ແລະ ມີຄວາມສ່ຽງ ທີ່ຫລາກຫລາຍ. ການກວດອາການບໍ່ເໝາະສົມໃນການໃຊ້ແບບສຸກເສີນທາງການແພດ ແລະ ຜູ້ໃຊ້ຄວນຕິດຕໍ່ການບໍ ລິການສຸກເສີນທ້ອງຖິ່ນແທນ.
3./ ຊອກຫາໂຮງໝໍ Hospital Finder ແມ່ນແຜນທີ່ສຳລັບຜູ້ໃຊ້ໃນການຊອກຫາໂຮງໝໍ ແລະ ຄລີນິກທີ່ໃກ້ໂຕທ່ານທີ່ສຸດ, ຜູ້ໃຊ້ສາມາດເບິ່ງຂໍ້ມູນຕ່າງໆບໍວ່າຈະເປັນໂມງໃນການໃຫ້ບໍລິການລວມໄປເຖິງຂໍມູນໃນການຕິດຕໍ່ ແລະ ສາມາດໂທຫາໂດຍກົງ ຫລື ນຳໃຊ້ແຜນທີ່ໃນການນຳທາງໄປສູູ່ໂຮງໝໍ ແລະ ຄລີນິກທີ່ທ່ານເລືອກ.
4./ ຕົວບັນທຶກດັດສະນີວັດມວນກາຍ ແລະ ກະຈົກແຍງຮ່ອງຮອຍ Body Mass Index (BMI) and Wrinkle Index ແມ່ນຄຸນລັກສະນະທາງ ປັນຍາປະດິດ (AI) ທີ່ຊ່ວຍຜູ້ນຳໃຊ້ເຂົ້າໃຈໄຂມັນໃນຮ່າງກາຍ ແລະ ການເພີ່ມ ຂຶ້ນຂອງອາຍຸຂອງໂຕທ່ານເອງຕາມລຳດັບ,ພ້ອມກັບການວັດແທກກ່ຽວກັບສຸຂະພາບ ແລະ ການໃຊ້ຊີວິດ ຕ່າງໆ ຜ່ານການຖ່າຍຮູບດ້ວຍໂຕທ່ານເອງ.
5./ ເນື້ອຫາກ່ຽວກັບສຸຂະພາບ Health Awareness Content ແມ່ນໃຫ້ຂໍ້ມູນແກ່ຜູ້ນຳໃຊ້ໃນການມີສ່ວນຮ່ວມກັບເນື້ອຫາກ່ຽວກັບສຸຂະພາບຢູ່ຈາກ ບົດຄວາມ, ວິດີໂອ ແລະ ຂໍ້ມຸນເຊີງກຣາບຟິກ.
6./ ຊຸມຊົນຂອງຂ້ອຍ My Communities ແມ່ນພື້ນທີ່ສຳລັບຜູ້ໃຊ້ໃນການສື່ສານກັບບຸກຄົນອື່ນໆໃນການແລກປ່ຽນຄວາມຮູ້ ແລະ ເຄັດລັບທີ່ກ່ຽວຂ້ອງກັບສຸຂະພາບ ແລະ ອາຫານ.
ເພົ້າສ໌ ແອັບພິເຄເຊິນ ໄດ້ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ທີ່ຢູ່ໃນເຄືອ Prudential Corporate Asia ຄື: ກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທ ແລະ ຫວຽດນາມ. ຕັ້ງແຕ່ເປີດໂຕຫາປັດຈຸບັນ ເພົ້າສ໌ ແອັບພິເຄເຊິນ ຖືກດາວໂຫລດຫລາຍກວ່າ 9 ລ້ານເທື່ອໃນຂົງເຂດອາຊີ. ເພົ້າສ໌ ແອັບພິເຄເຊິນ ສາມາດດາວໂຫລດໄດ້ໃນ Apple/Google Play stores ຂອງປະເທດລາວ.
ເພົ້າສ໌ ແມ່ນແອັບພີເຄເຊີນກ່ຽວກັບສຸຂະພາບ ແລະ ເປັນໜຶ່ງດຽວໃນພາກພື້ນອາຊີ ໃນເຄືອ Prudential Corporate Asia ທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ ປັນຍາປະດິດ ຫລື AI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫລອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດຫລີກລ້ຽງ, ປ້ອງກັນ ກ່ຽວກັບການພະຍາດ. ເພົ້າສ໌ ເປັນສ່ວນໜຶ່ງຂອງຍຸດທະສາດຂອງ Prudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີ ສາມາດເຂົ້າເຖິງຂໍ້ມູນດ້ານສຸຂະພາບໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝ ແລະ ຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.
ເພົ້າສ໌ ແອັບພິເຄເຊິນ ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາ ປີ 2019 ທີ່ ປະເທດມາເລເຊຍ ແລະ ໄດ້ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ທີ່ຢູ່ໃນເຄືອ Prudential Corporate Asia. ໂດຍມີ ການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນ ແລະ ການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະ ການໃຫ້ຄຳປຶກສາຈາກທ່ານໝໍ ແລະ ຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ.
ໃນໂອກາດນີ້, ທ່ານ ວິເຈ ມັດດາວັນ ໄດ້ກ່າວວ່າ: “ຕັ້ງແຕ່ປີ 2016 ທີ່ບໍລິສັດຂອງພວກເຮົາໄດ້ເລີ່ມດຳເນີນທຸລະກິດໃນລາວ, ພຣູເດັນໂຊລ໌ ລາວ ບໍ່ພຽງແຕ່ທີ່ຈະຮັກສາຄຳໜັ້ນສັນຍາ ທີ່ຈະຊ່ວຍດູແລຮັກສາດ້ານການເງິນ ແຕ່ກໍຈະຊ່ວຍຄົນລາວ ຮັກສາສຸຂະພາບ ແລະ ການດຳລົງຊີວີດທີ່ດີເຊັ່ນກັນ. ພວກເຮົາເຊື່ອໝັ້ນວ່າ “ການປ້ອງກັນແມ່ນດີກວ່າການຮັກສາ”, ແລະ ນັ້ນເປັນສາເຫດທີ່ ພຣູເດັນໂຊລ໌ ລາວ ໄດ້ພັດທະນາ ເພົ້າສ໌ ແອັບພິເຄເຊິນ ເພື່ອເຮັດໃຫ້ການດູແລສຸຂະພາບເປັນສິ່ງທີ່ສາມາດເຂົ້າເຖິງໄດ້ງ່າຍສຳລັບທຸກໆຄົນໃນອາຊີ ລວມທັງຄົນລາວທຸກຄົນ”.
ພ້ອມນີ້, ຜູ້ຕາງໜ້າ ກະຊວງ ສາທາລະນະສຸກ ໄດ້ມີຄຳເຫັນວ່າ: “ພຣູເດັນໂຊລ໌ ລາວ ໄດ້ນຳໃຊ້ ເຄື່ອງມືແບບດິຈິຕອລໃນການ ເປັນທີ່ປຶກສາທາງດ້ານສຸຂະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງຄົນລາວ. ເພົ້າສ໌ ແອັບພິເຄເຊິນ ເຮັດໃຫ້ຄົນລາວເຂົ້າເຖິງຂໍ້ມູນດ້ານສຸຂະພາບທີ່ໜ້າເຊື່ອຖື ແລະ ຄົບຖ້ວນໄດ້ງ່າຍຂື້ນ. ເພົ້າສ໌ ເປັນແອັບໜຶ່ງດຽວໃນລາວທີ່ໃຫ້ຜູ້ໃຊ້ໄດ້ມີການຈັດການສຸຂະພາບໂດຍໂຕເອງໄດໃນເບື້ອງຕົ້ນ ແລະ ບໍ່ເສຍຄ່າໃຊ້ຈ່າຍ ພ້ອມທັງເຊື່ອວ່າ ເພົ້າສ໌ ແອັບພິເຄເຊິນ ຈະເປັນບາດກ້າວໜຶ່ງທີ່ຈະສົ່ງເສີມຄົນລາວໃຫ້ມີການດຳລົງຊີວີດທີ່ດີ ແລະ ສຸຂະພາບທີ່ດີ ຜ່ານ ເພົ້າສ໌ ແອັບປິເຄເຊິນ.

