ເປບ ຢູ່ຍາວ ຫລັງຕໍ່ສັນຍາກັບ ແມນ ຊິຕີ ເຖິງປີ 2025

ກ່ອນໜ້ານີ້ບັນດາສື່ຊື່ດັງລາຍງານກົງກັນວ່າ ເປບ ກວາດີໂອລາ ບັນລຸຂໍ້ຕົກລົງໃນການເຊັນສັນຍາສະບັບໃຫມ່ກັບ ແມນ ຊິຕີ ເຖິງເດືອນມິຖຸນາ 2025 ໂດຍເຫລືອພຽງການປະກາດຢ່າງເປັນທາງການເທົ່ານັ້ນ.

ຈົນຫລ້າສຸດເມື່ອວັນທີ 23 ພະຈິກ ແມນ ຊິຕີ ໄດ້ຕໍ່ສັນຍາກັບທີມອອກໄປອີກ 2 ປີ ຫລື ຈາກປີ 2023 ເປັນປີ 2025 ທາງການ ເຊິ່ງຜູ້ຈັດການທີມອາຍຸ 52 ປີລະບຸວ່າ : “ ຕັ້ງແຕ່ມື້ທຳອິດຂ້ອຍຮູ້ສຶກພິເສດເມື່ອຢູ່ທີ່ນີ້ ຂ້ອຍບໍ່ສາມາດຢູ່ໃນບ່ອນທີ່ດີກວ່ານີ້ໄດ້ ຂ້ອຍຍິນດີຫລາຍທີ່ໄດ້ຢູ່ກັບ ແມນຊິຕີ ຕໍ່ໄປອີກ 2 ປີ ”.

“ ຂ້ອຍບໍ່ສາມາດກ່າວຄຳຂອບໃຈໄດ້ຫລາຍພໍສຳລັບທຸກຄົນທີ່ສະໂມສອນທີ່ໄວ້ວາງໃຈຂ້ອຍ ຂ້ອຍມີຄວາວມສຸກ ແລະ ສະບາຍໃຈ ແລະ ຂ້ອຍມີທຸກຢ່າງທີ່ຈຳເປັນສຳລັບການເຮັດວຽກໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ ຂ້ອຍຮູ້ສຶກວ່າມີຫລາຍຢ່າງທີ່ເຮົາສາມາດປະສົບຄວາມສຳເລັດຮ່ວມກັນໄດ້ ແລະ ນັ້ນຄືເຫດຜົນທີ່ຂ້ອຍຕ້ອງການຢູ່ຕໍ່ ແລະ ຕໍ່ສູ້ເພື່ອຂັນລາງວັນຕໍ່ໄປ ”.