ອີຣ່ານ ເສຍເບີ 1 ເອເຊຍ ຫລັງຖືກ ອັງກິດຖະຫລ່ົມ ນັດເປີດສະໜາມບານໂລກ 2022

ຊາດອັນດັບ 1 ຂອງເອເຊຍ ປ່ຽນໄປແລ້ວ ຫລັງອີຣ່ານ ເສຍໃຫ້ອັງກິດແບບຂາດລອຍ 2-6 ໃນນັດເປີດສະໜາມຂອງບານເຕະໂລກ 2022 ແລະ ເຮັດໃຫ້ອັນດັບໂລກຕົກ.
ຄວັນຫລົງຈາກເກມເປີດສະໜາມຂອງທີມຊາດອັງກິດ ໃນການແຂ່ງຂັນບານໂລກ 2022 ຮອບສຸດທ້າຍທີ່ປະເທດກາຕາ ເມື່ອວັນທີ 21 ຜ່ານມາ ທີ່ເອົາຊະນະ ທີມຊາດອີຣ່ານ ທີມອັນດັບ 20 ຂອງໂລກ ໄປດ້ວຍປະຕູ 6-2 ນຳເປັນທີມນຳຂອງກຸ່ມ ບີ ໃນເວລານີ້.
ຄວາມປະລາໄຊຂອງອີຣ່ານ ໃນເກມນີ້ສົ່ງຜົນໃຫ້ອັນດັບໂລກຂອງພວກເຂົາຈາກອັນດັບ 20 ລົງມາຢູ່ອັນດັບທີ 26 ຈາກທີ່ມີ 1,565 ຄະແນນ ຕົກມາມີພຽງ 1,545.19 ຫລື ຖືກລົບຄະແນນໄປຫລາຍເຖິງ -19.42 ຄະແນນ ແລະ ເຮັດໃຫ້ເສຍອັນດັບ 1 ຂອງເອເຊຍໃຫ້ກັບທີມຊາດຍີ່ປຸ່ນ ທີ່ຄອງໃນອັນດັບທີ 24 ໄປແລ້ວ.
ໃນຂະນະທີ່ທີມຊາດອັງກິດ ຜູ້ຊະນະໃນເກມນີ້ຍັງຄົງຄອງອັນດັບ 5 ຂອງໂລກ ແຕ່ຈາກທີ່ມີ 1,728 ຄະແນນ ໄດ້ບວກເພີ່ມມາອີກ 17.30 ຄະແນນ ເຮັດໃຫ້ກາຍເປັນ 1,745.77 ໄລ່ຕາມຫລັງຝຣັ່ງອັນດັບ 4 ອີກພຽງ 14.01 ຄະແນນເທົ່ານັ້ນ ສ່ວນອັນດັບຂອງໂລກ ບຣາຊິລ ກໍລອຍລຳຢູ່ດ້ວຍການມີ 1,841.30 ຄະແນນ.

