ໂຣນັນໂດ ໄດ້ລາງວັນນັກເຕະດີເດັ່ນປະຈຳປີ 2017 ຂອງ ຟີຟາ

ຄຣິສຕຽນໂນ ໂຣນັນໂດ ໄດ້ຮັບລາງວັນນັກເຕະດີເດັ່ນ ປະຈຳປີ 2017 ຂອງ ສະຫະ ພັນບານເຕະນາໆຊາດ ຫຼື ຟີຟາ ມາຄອງຈາກການປະກາດໃນ ງານ “ເບສ ຟີຟາ ອະວອດ” ທີ່ລອນດອນ ພາລາດຽມ ນະ ຄອນຫຼວງລອນດອນ ປະເທດ ອັງກິດ ໃນວັນຈັນທີ 23 ຕຸລາ ຜ່ານມາ.
ໂຣນັນໂດ ສ້າງຜົນງານດີ ເດັ່ນຕໍ່ເນື່ອງຈາກປີຜ່ານມາ ດ້ວຍການພາ ຣິນ ມາດຣິດ ໄດ້ ແຊ໊ມລາລີກາ ສະເປນ ເປັນຄັ້ງ ທຳອິດໃນຮອບ 5 ປີ ແລະ ພາ ຣິນ ມາດຣິດ ໄດ້ແຊ໊ມ ຢູຟາ ແຊ໊ມປຽນລີກ ໄດ້ສອງປີຕິດ ຕໍ່ກັນຄັ້ງທຳອິດໃນປະຫວັດ ສາດ.
ສົ່ງຜົນໃຫ້ ໂຣນັນໂດ ໄດ້ ຮັບຄະແນນໂຫວດໄດ້ລາງວັນນີ້ເປັນປີທີສອງຕິດຕໍ່ກັນ ແລະ ເປັນການເອົາຊະນະ ລິໂອເນລ ເມສຊີ ຄູປັບຄົນ ອາເຈນຕິນາ ຈາກ ບາເຊໂລນາ ໄດ້ອີກຄັ້ງ.
+ ສ່ວນລາງວັນອື່ນໆມີ ດັ່ງນີ້:
– ຜູ້ຈັດການທີມດີເດັ່ນ ແຫ່ງປີ: ຊີເນີດີນ ຊີດານ.
– ຜູ້ຮັກສາປະຕູດີເດັ່ນ ແຫ່ງປີ: ຈິອັນລຸຍຈິ ບຸບຟອນ.
– ນັກເຕະຍິງດີເດັ່ນແຫ່ງ ປີ: ເລເຄ ມາເທນ.
– ຜູ້ຈັດການທີມຍິງດີເດັ່ນ ແຫ່ງປີ: ຊາຣິນາ ວີກແມນ.
– ປະຕູດີເດັ່ນແຫ່ງປີ: ໂອ ລິວິເຍ ຊີຣູ.
– ກອງເຊຍດີເດັ່ນແຫ່ງປີ: ກລາສໂກ ເຊລຕິກ.