ນໍ້າປະປານະຄອນຫລວງເລັ່ງຕິດຕັ້ງທໍ່ສູບນໍ້າເພີ່ມ

ປັດຈຸບັນ, ລັດວິສາຫະກິດນໍ້າປະປານະຄອນຫລວງວຽງຈັນ ພວມເລັ່ງຕິດຕັ້ງຈັກດູດນໍ້າຂະໜາດນ້ອຍທີ່ມີກໍາລັງສູບນໍ້າ 20.000 ແມັດກ້ອນຕໍ່ມື້ເສີມອີກ 2 ຈຸດຢູ່ບໍລິເວນແຄມນໍ້າງື່ມເຂດບ້ານພູຄໍາ, ເມືອງໄຊທານີນະຄອນຫລວງວຽງຈັນ, ເພື່ອດູດນໍ້າຂຶ້ນມາໂຮງງານຜະລິດນໍ້າປະປາດົງໝາກຄາຍ 2, ຫລັງຈາກສະຖານີ້ດູດນໍ້າແຫ່ງນີ້ບໍ່ສາມາດດູດນໍ້າຂຶ້ນມາໄດ້ຫລາຍວັນ, ພາຍຫລັງລະດັບນໍ້າງື່ມໄດ້ບົກແຫ້ງລົງກາຍປາກຂອງທໍ່ດູດນໍ້າຂະໜາດໃຫຍ່ຂອງໂຮງງານ.
ພະນັກງານລັດວິສາຫະກິດນໍ້າປະປາ ໃຫ້ຮູ້ວ່າ: ລະດັບນໍ້າງື່ມບົກແຫ້ງໃນໄລຍະນີ້ເປັນປະກົດການທາງທໍາມະຊາດທີ່ບໍ່ເຄີຍເກີດມາກ່ອນ ແລະ ຖືວ່າຢູ່ໃນຂັ້ນວິກິດ, ເນື່ອງຈາກມັນບໍ່ພຽງແຕ່ກະທົບຕໍ່ການຜະລິດນໍ້າປະປາເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຕໍ່ການຜະລິດກະສິກໍາ, ການຄົມມານາຄົມທາງນໍ້າ, ການທ່ອງທ່ຽວຕາມສາຍນໍ້າງື່ມ ລວມເຖິງການດໍາລົງຊີວິດປະຊາຊົນທີ່ອາໄສຢູ່ລຽບຕາມ ແມ່ນໍ້າດັ່ງກ່າວເປັນບ່ອນຫລໍ່ລ້ຽງຊີວິດ.
ສະເພາະສະຖານີສູບນໍ້າທ່າງ່ອນ ມີກໍາລັງສູບນໍ້າງື່ມປະປາປະມານ
110.000 ແມັດກ້ອນຕໍ່ມື້, ໃນຂະນະທີ່ໂຮງງານຜະລິດນໍ້າປະປາດົງໝາກຄາຍສາມາດຜະລິດນໍ້າປະປາໄດ້ 90.000 ແມັດກ້ອນຕໍ່ມື້ ເພື່ອສະໜອງໃຫ້ປະຊາ

ຊົນໃນເຂດເມືອງໄຊທານີ, ໄຊເສດຖາ ແລະ ສ່ວນໜຶ່ງຂອງເມືອງຈັນທະບູລີ ໄດ້ຊົມໃຊ້. ເຊິ່ງໃນໄລຍະນໍ້າງື່ມບົກແຫ້ງນີ້, ໂຮງງານສູບນໍ້າທ່າງ່ອນ ບໍ່ສາມາດດູດນໍ້າຂຶ້ນມາໃຫ້ໂຮງງານຜະລິດນໍ້າປະປາດົງໝາກຄາຍໄດ້, ຈຶ່ງເຮັດໃຫ້ຫລາຍເຂດໃນຕົວເມືອງບໍ່ມີນໍ້າປະປາຊົມໃຊ້ ແລະ ພາຍຫລັງຕິດຕັ້ງທໍ່ດູດນໍ້າເສີມສໍາເລັດໃນບໍ່ເທົ່າໃດວັນນີ້ ກໍອາດຈະສາມາດຜະລິດນໍ້າປະປາສະໜອງໃຫ້ສັງຄົມໄດ້ຊົມໃຊ້ເປັນປົກກະຕິ.

