ສະພາແຫ່ງຊາດ ຍົກສູງຄຸນນະພາບດ້ານເນື້ອໃນກະກຽມແກ່ກອງປະຊຸມສະພາແຫ່ງຊາດຊຸດທີ IX ໃຫ້ມີປະສິດທິຜົນສູງຂຶ້ນ

ເພື່ອແນໃສ່ສ້າງເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ, ການຊີ້ແຈງອະທິບາຍຂອງບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າອົງການກ່ຽວກັບເອກະສານເນື້ອໃນຕ່າງໆ; ປຶກສາຫາລືແລກປ່ຽນຂໍ້ມູນ ເຊິ່ງກັນ ແລະ ກັນ ລະຫວ່າງສະມາຊິກສະພາແຫ່ງຊາດ ແລະ ຄະນະນໍາຂອງກະຊວງທີ່ກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະພາບ ເຊິ່ງຈະເປັນຂໍ້ສະດວກໃຫ້ແກ່ການພິຈາລະນາຮັບຮອງເອກະສານຕ່າງໆ ຢູ່ກອງປະຊຸມສະພາແຫ່ງຊາດ ບັນລຸໄດ້ຕາມແຜນການທີ່ວາງໄວ້ ທັງເປັນການຍົກສູງຄຸນນະພາບການດໍາເນີນກອງປະຊຸມສະພາແຫ່ງຊາດໃຫ້ມີປະສິດທິຜົນນັບມື້ສູງຂຶ້ນ.

ເຊິ່ງວັນທີ 21-26 ພະຈິກ 2022 ນີ້, ສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ຍົກສູງຄຸນນະພາບທາງດ້ານເນື້ອໃນກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍມີບັນດາສະມາຊິກສະພາແຫ່ງຊາດທົ່ວປະເທດເຂົ້າຮ່ວມ.

ທ່ານ ຮອງປະທານສະພາແຫ່ງຊາດ ກ່າວວ່າ: ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້, ເປັນບັນຫາສໍາຄັນພື້ນຖານຂອງຊາດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ. ສະນັ້ນ, ຈຶ່ງສະເໜີໃຫ້ສະມາຊິກສະພາແຫ່ງຊາດ, ຄະນະຮັບຜິດຊອບເນື້ອໃນ, ຮ່າງກົດໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນ, ຮ່ວມກັນຄົ້ນຄວ້າຊອກຫາວິທີການແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນໃຫ້ມີຄວາມເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດ; ການຄົ້ນຄວ້າປະກອບຄໍາເຫັນ ໃຫ້ຮັບປະກັນສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສອດຄ່ອງກັບສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ແລະ ສາມາດເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ.

ພ້ອມນັ້ນ, ຍັງຈະໄດ້ສຸມໃສ່ພິຈາລະນາ ແລະ ສ້າງຄວາມເຂົ້າໃຈ ຕໍ່ຫລາຍບັນດາຫາເປັນຕົ້ນວຽກລັດຖະບານຄື: ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນການ ປີ 2023; ບົດລາຍງານຂອງລັດຖະບານກ່ຽວກັບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021, 2022 ແລະ ແຜນການ ປີ 2023; ບົດຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປະຈຳປີ 2022 ແລະ ແຜນການ ປີ 2023; ບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ແຜນ ການເຄື່ອນໄຫວ 2023 ຂອງສານປະຊາຊົນສູງສຸດ, ບົດລາຍງານການຈັດຕັ້ງປະຕິບັດ ວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວ 2023 ຂອງອົງການໄອຍະການປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວ 2023 ຂອງອົງການກວດກສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021, ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2023 ອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020 ແລະ ກົດໝາຍ ຄື ບົດລາຍງານຜົນການລົງທາບທາມກົດໝາຍ ຈໍານວນ 12 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ສະໜີແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2023-2025.