ສຳນັກງານຂອງນາງ ອອງຊານ ຊູຈີ ຖະແຫລງຕອບໂຕ້ ກຸ່ມຕິດອາວຸດຊາວໂຣຮິງຢາ

ສຳນັກງານທີ່ປຶກສາແຫ່ງລັດມຽນມາ ເຊິ່ງເປັນໜ່ວຍງານພາຍໃຕ້ການເບິ່ງແຍງໂດຍກົງຂອງນາງ ອອງຊານ ຊູຈີ ເຈົ້າຂອງລາງວັນໂນເບລສາຂາສັນຕິພາບປີ 1991 ອອກຖະແຫລງການປະນາມຄວາມໂຫດຮ້າຍຂອງກຸ່ມຕິດອາວຸດຊາວໂຣຮິງຢາໃນລັດຍະໄຂ່, ຂະນະທີ່ຝ່າຍຕິດອາວຸດຕອບໂຕ້ວ່າ: ກອງທັບຂອງທາງການເປັນຝ່າຍບຸກໂຈມຕີຈູດເຮືອນຂອງປະຊາຊົນ.
+ ມີສຽງປືນໃກ້ຊາຍແດນ ບັງກະລາເທດ-ມຽນມາ
ສຳນັກງານຂອງນາງ ອອງຊານ ຊູຈີ ເຜີຍແຜ່ຖະແຫລງການຜ່ານເຟສບຸກໃນວັນທີ 28 ສິງຫາລະບຸວ່າ: ກຸ່ມກໍ່ການຮ້າຍໃຊ້ເດັກເປັນແນວໜ້າກຳບັງໃນການຕໍ່ສູ້ກັບເຈົ້າໜ້າທີ່ດ້ານຄວາມໝັ້ນຄົງ ລວມທັງຍັງຈູດທຳລາຍເຮືອນຂອງຊົນກຸ່ມນ້ອຍທາງຊາດພັນນຳອີກ, ທາງສຳນັກງານຈຶ່ງຂໍໃຫ້ຊາວໂຣຮິງຢາຍອມຖິ້ມອາວຸດ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ຜູ້ທີ່ບໍ່ມີສ່ວນກ່ຽວຂ້ອງກັບກຸ່ມກໍ່ການຮ້າຍຫົວຮຸນແຮງບໍ່ຈຳເປັນຕ້ອງຮູ້ສຶກກັງວົນວ່າຈະໄດ້ຮັບອັນຕະລາຍ.
ສ່ວນກອງທັບກອບກູ້ໂຣຮິງຢາລັດຍະໄຂ່ ເຊິ່ງເປັນຜູ້ຢູ່ເບື້ອງຫລັງການສູ້ຮົບກັບເຈົ້າໜ້າທີ່ ສະແດງຂໍ້ຄວາມຕອບໂຕ້ວ່າ: ທະຫານຂອງກອງທັບມຽນມາ ພ້ອມກຸ່ມຫົວຮຸນແຮງໃນລັດຍະໄຂ່ ເປັນຝ່າຍບຸກລຸກ, ໂຈມຕີ, ປຸ້ນສະດົມ ແລະ ຈູດທຳລາຍເຮືອນຊາວໂຣຮິງຢາ.
ເຫດປະທະຢູ່ລັດຍະໄຂ່ຄັ້ງຫລ້າສຸດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫລາຍກວ່າ 100 ຄົນ ໃນຈຳນວນນີ້ 80 ຄົນເປັນສະມາຊິກກຸ່ມຕິດອາວຸດ. ນອກຈາກນີ້ ຍັງມີລາຍງານປະຊາຊົນໂຣຮິງຢາອີກຫລາຍພັນຄົນອົບພະຍົບຂ້າມຊາຍແດນໄປບັງກະລາເທດ.

