ອີລອນ ມັສ CEO ຂອງທະວິດເຕີ ປົດການແບນທະວິດຂອງ  ໂດນັລ ທຣຳ ເປັນທີ່ຮຽບຮ້ອຍແລ້ວ

ອີລອນ ມັສ ໂພສໃນທະວິດເຕີຂອງຕົນເອງໃນວັນທີ 20 ພະຈິກ 2022 ນີ້ວ່າ: “ຜູ້ຄົນໄດ້ສົ່ງສຽງແລ້ວ  ທຣຳ ຈະຖືກປົດຈາກການແບນ Vox populi, Vox dei” ພາຍຫລັງໄດ້ມີການໂພສບົດສອບຖາມລົງໃນທະວິດເຕີ  ວ່າ ຄວນນຳອະດີດປະທານາທິບໍດີ ສະຫະລັດ ກັບມາໃນທະວິດເຕີຫລືບໍ່ ?

ການສອບຖາມດັ່ງກ່າວ ມີຄົນເຫັນທັງໝົດ 134 ລ້ານຄົນ, ມີຄົນໂຫວດຫລາຍກວ່າ 15 ລ້ານຄົນ ເຊິ່ງເຫັນດີ 51,8% ແລະ ບໍ່ເຫັນດີ 48,2% ດັ່ງນັ້ນ, ບັນຊີ @realDonaldTrump ຈະກັບມາໃຊ້ງານໄດ້ອີກຄັ້ງ.

ບັນຊີທະວິດຂອງ ໂດນັລ ທຣຳ ຖືກລະງັບໃນວັນທີ 6 ມັງກອນ 2021 ພາຍຫລັງບໍ່ຊະນະການເລືອກຕັ້ງປະທານາທິບໍດີ ໂດຍທະວິດເຕີ ໄດ້ໃຫ້ເຫດຜົນວ່າ ໂດນັລ ທຣຳ ໄດ້ລະເມີດກົດຂອງທະວິດເຕີ ແລະ ມີຄວາມສ່ຽງຕໍ່ການເກີດຄວາມຮຸນແຮງ ຈຶ່ງໄດ້ລະງັບໄວ້ ແຕ່ປັດຈຸບັນ ທະວິດເຕີ ໄດ້ປ່ຽນເຈົ້າຂອງມາເປັນ ອີລອນ ມັສ ຈຶ່ງໄດ້ມີການພິຈາລະນາຄືນ.