ເມສຊີ່ ເຜີຍສາມຊາດທີ່ມີໂອກາດ ຄວ້າແຊ້ມ 2022 ຫລາຍທີ່ສຸດ

ລີໂອເນລ ເມສຊີ່ ດາວເຕະທີມຊາດອາເຈນຕີນາ ເຊື່ອວ່າ ບຣາຊິລ, ຝຣັ່ງ ແລະ ອັງກິດ ເປັນສາມທີມເກັ່ງທີ່ຈະຄວ້າແຊ໊ມການ ແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ.

ບຣາຊິລ, ຝຣັ່ງ ແລະ ອັງກິດ ຖືກຍົກໃຫ້ເປັນທີມວາງ 1, 3 ແລະ 4 ຕາມລຳດັບ ໃນຂະນະທີ່ ອາເຈນຕີນາ ຖືກຍົກໃຫ້ເປັນ ອັນດັບ 2,

ໂດຍນັກເຕະອາຍຸ 35 ປີ ສັງກັດ ປາຣີສ ແຊັງ ແຊັກແມັງ ເບິ່ງວ່າ ບານໂລກເປັນລາຍການທີ່ຍາກ ແລະ ອັນໃດກໍເກີດຂຶ້ນໄດ້ທັງນັ້ນ.

“ ຖ້າໃຫ້ຂ້ອຍເລືອກ ເຊິ່ງເບິ່ງແລ້ວໜ້າຈະເໜືອກວ່າທີມອື່ນ ຂ້ອຍຄິດວ່າ ບຣາຊິລ, ຝຣັ່ງ ແລະ ອັງກິດ ທີ່ເບິ່ງເຫນືອກວ່າ ແຕ່ກໍນັ້ນລະ ການແຂ່ງຂັນບານໂລກມັນຍາກ ແລະ ຊ້ອນຊ້ອນຫລາຍ ອັນໃດກໍເກີດຂຶ້ນໄດ້ທັງນັ້ນ ”.

ສຳລັບການແຂ່ງຂັນບານໂລກ 2022 ຈະເຮັດການແຂ່ງຂັນລະຫວ່າງວັນທີ 20 ພະຈິກ – 18 ທັນວານີ້.

ທັງນີ້ ອາເຈນຕີນາ ຢູ່ໃນກຸ່ມ ຊີ ຮ່ວມກັບ ຊາອຸດິ ອາຣະເບຍ, ເມັກຊີໂກ ແລະ ໂປແລນ ໂດຍນັດທຳອິດ ອາເຈນຕີນາ ຈະພົບກັບ ຊາອຸດິດ ອາຣະເບຍ ວັນທີ 22 ພະຈິກນີ້.