3 ຄະແນນອັນລ້ຳຄ່າ ຂອງ ເອຟເວີຕັນ ຫລັງບຸກຊະນະ ເລສເຕີ ຊິຕີ ຫນີໂຊນຕົກຊັ້ນຮຽບຮ້ອຍແລ້ວ

ເອຟເວີຕັນ ມີຄະແນນຫນີໂຊນຕົກຊັ້ນໄດ້ສຳເລັດ ຫລັງບຸກໄປຊະນະ ເລສເຕີ ຊິຕີ ຫວຸດຫວິດ 2-1 ຄວ້າ 3 ຄະແນນສຸດລຳ້ຄ່າ.
ການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນອາທິດທີ່ຜ່ານມາ ເອຟເວີຕັນ ມີຄະແນນຫນີໂຊນຕົກຊັ້ນໄດ້ສຳເລັດ ຫລັງບຸກໄປຊະນະ ເລສເຕີ ຊິຕີ ໄດ້ຄາບ້ານ 2-1 ພ້ອມເກັບ 3 ຄະແນນອັນລ້ຳຄ່າໄດ້ຢ່າງງົດງາມ.
ເກມນີ້ ເອຟເວີຕັນ ທີ່ເດີນຫນ້າຄວ້າໄຊໃນລີກເປັນເກມທີ 2 ຕິດຕໍ່ກັນ ໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກ ວິຕາລີ ມີໂຄເລນໂກ ໃນນາທີທີ 6 ຈາກນັ້ນ ນາທີທີ 11 ພັດສັນ ດາກາ ຍິງໃຫ້ ເລສເຕີ ຊິຕີ ຕີສະເຫມີເປັນ 1-1 ໄດ້ສຳເລັດ ກ່ອນທີ່ ເມສັນ ໂຮລເກດ ຈະມີຍິງປະຕູໄຊໃຫ້ ເອຟເວີຕັນ ແຊງຊະນະ 2-1 ໃນນາທີທີ 30.

