ເປີດຊີວິດ ອັນໂຕນີ ກ່ອນຈະມາເປັນດາວດັງຜິແດງ ຕ້ອງຜ່ານການຕໍ່ສູ້ຊີວິດສຸດທໍລະຫົດ ໃນຕອນໄວເດັກ

ຕຳນານນັກເຕະບານຊາວບຣາຊິວສ່ວນໃຫຍ່ມັກມີປະຫວັດການໃນຕອນເດັກທີ່ຄອນຄ້າງຍາກລຳບາກ ບໍ່ວ່າຈະເປັນ ໂຣນັນດິນໂຢ, ໂຣນັລໂດ້, ຣີວັລໂດ້, ອະດີດນັກເຕະເຫລົ່ານີ້ໄດ້ຕໍ່ສູ້ດີ້ນລົນກ່ອນຈະກາຍເປັນດາວດັງໃນວົງການບານເຕະ, ລ່າສຸດ ອັນໂຕນີ ເປັນນັກເຕະທີ່ຊີວິດສຸດອົດທົນກ່ອນທີ່ຈະກາຍເປັນ ດາວຍິງທີ່ມີຊື່ສຽງຂອງ ແມນເຊັສເຕີ ຢູໄນເຕັດ.
ດາວເຕະອາຍຸ 22 ປີ ສ້າງຊື່ຈາກການເປັນນັກເຕະ ເຊົາເປົາໂລ ກ່ອນທີ່ຈະຍ້າຍມາເພີ່ມພູນທັກສະຂອງລາວກັບ ອາແຈັກ ອຳສະເຕີດຳ ແລະ ໃນປັດຈຸບັນເປັນສະມາຊິກທີ່ຫນ້າຕື່ນເຕັ້ນຂອງທີມຂອງ ຜີສາດແດງ
ຍ້ອນກັບຄືນໄປໃນສາມສີ່ປີຕອນທີ່ ອັນໂຕນີ ອາຍຸໄດ້ 18 ປີ, ລາວຕ້ອງນອນຮ່ວມກັບພໍ່ຢູ່ທີ່ບ້ານໃນສະລັມແຫ່ງໜຶ່ງໃນທີ່ເມືອງ ເຊົາເປົາໂລ ທີ່ຮູ້ຈັກກັນໃນນາມ “ອິນເຟີນິນໂຢ” ຫລືບ່ອນທີ່ຄົນໃນດິນແດນ ແຊັມບ້າ ຮູ້ຈັກກັນໃນນາມ “ນາຮົກຈຳລອງ”
ອັນໂຕນີ ເຕີບໂຕຂຶ້ນໃນບັນດາກຸ່ມແກັງ ແລະ ຄ້າຂາຍຢາເສບຕິດ. ໂດຍລາວໄດ້ອ້າງເຖິງຄວາມປາຖະໜາຂອງລາວໃນຕອນທີ່ລາວຍັງເປັນເດັກນ້ອຍ ບານເຕະນັ້ນຈະເຮັດໃຫ້ລາວຍ້າຍອອກຈາກສະພາບແວດລ້ອມທີ່ໂຫດຮ້າຍ ແລະ ອັນຕະລາຍນີ້
ລາວໄດ້ພະຍາຍາມສຶກສາກິລາບານເຕະຈາກຊຸບເປີສະຕາເຊັ່ນ ໂຣນັນດິນໂຢ, ເນມ່າ ແລະ ຄຣິສເຕຍໂນ ໂຣນັລໂດ້ ແຕ່ການກ້າວຂຶ້ນສູ່ລະດັບສູງ ແລະ ມີໜ້າຢູ່ໃນໂລກບານເຕະນັ້ນບໍ່ແມ່ນເລື່ອງງ່າຍ ເພາະອັນໂຕນີຕ້ອງຜ່ານຫລາຍເລື່ອງເຊັ່ນຕອນທີ່ລາວມີອາຍຸ 8 ປີ ລາວໄດ້ຖືກພົບເຫັນຕາຍຢູ່ຂ້າງຖະຫນົນໃນຂະນະທີ່ຍ່າງໄປໂຮງຮຽນ
ດາວເຕະເລືອດແຊັມບາ ເປີດໃຈວ່າ “ຕອນເຊົ້າມື້ຫນຶ່ງຂ້ອຍຍ່າງໄປໂຮງຮຽນ ຕອນນັ້ນຂ້ອຍອາຍຸປະມານ 8 ຫລື 9 ປີ ຂ້ອຍຕ້ອງຍ່າງຂ້າມຊາຍຄົນໜຶ່ງທີ່ນອນຢູ່ໃນຊອຍແຄບໆ ລາວບໍ່ເໜັງຕີງເລີຍ ເມື່ອຂ້ອຍຍ່າງເຂົ້າໄປໃກ້ໆ ຈຶ່ງຮູ້ວ່າລາວຕາຍແລ້ວ.”
“ຢູ່ໃນເຂດຊຸມຊົນ ເຈົ້າຈະເຢັນຊາກັບສິ່ງເຫລົ່ານີ້ ພວກເຮົາບໍ່ມີທາງທີ່ຈະໄປ ແລະ ຂ້ອຍຕ້ອງໄປໂຮງຮຽນ ສະນັ້ນຂ້ອຍເລີຍຕ້ອງຍ່າງຫລັບຕາ ແລະ ໂດດຂ້າມສົບ ຂ້ອຍບໍ່ໄດ້ເວົ້າໃຫ້ມັນເສົ້າ ແຕ່ມັນແມ່ນຊີວິດທີ່ແທ້ຈິງຂອງຂ້ອຍ.”
“ຄວາມຈິງແລ້ວ ຂ້ອຍເວົ້າສະເໝີວ່າຂ້ອຍເປັນເດັກນ້ອຍທີ່ໂຊກດີຫລາຍ ເພາະເຖິງວ່າເຮົາທຸກຄົນຕ້ອງປະສົບກັບຄວາມຫຍຸ້ງຍາກ ແຕ່ຂ້າພະເຈົ້າໄດ້ຮັບຂອງຂວັນພິເສດຈາກສະຫວັນ ໝາກບານແມ່ນພຣະເຈົ້າຂອງຂ້ອຍ ຂ້ອຍຮັກສິ່ງນີ້ຕະຫລອດຊີວິດ ຢູ່ ອິນເຟີນີນໂຢ ພວກເຮົາບໍ່ສົນໃຈຂອງຫລິ້ນໃນວັນຄຣິສມາດ ໝາກບານທີ່ກີ້ງໄປມາແມ່ນດີເລີດສຳລັບພວກເຮົາ
ຄອບຄົວຂອງ ອັນໂຕນີ ທຸກຍາກຫລາຍຈົນບໍ່ສາມາດຊື້ເກີບເຕະບານໃຫ້ລູກຊາຍໄດ້. ແຕ່ນີ້ບໍ່ສາມາດຢຸດຄວາມສາມາດຂອງຊາຍຫນຸ່ມຄົນນີ້ ລາວພະຍາຍາມເຮັດໃຫ້ຄວາມຝັນຂອງລາວກາຍເປັນຈິງເຖິງແມ່ນວ່າລາວຕ້ອງເຕະບານດ້ວຍຕີນເປົ່າກໍ່ຕາມ.

