ເທນຮາກ ຊັດເຈນ! ຕັດຂາດ ‘ໂຣນັລໂດ້’

Rob Dawson (Tier 2, ESPN) ລະບຸວ່າ ເອຣິກ ເທນຮາກ ຢືນຢັນໃນກອງປະຊຸມຄະນະບໍລິຫານເມື່ອວັນຈັນ ວ່າບໍ່ຕ້ອງການໃຫ້ ຄຣິສເຕຍໂນ ໂຣນັລໂດ້ ຫລິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ອີກຕໍ່ໄປ.
ແຫລ່ງຂ່າວລະບຸກ່ອນໜ້ານີ້ວ່າ ເທນ ຮາກ ຍັງເຊື່ອວ່າ ໂຣນັລໂດ້ ຍັງເຂົ້າກັບແຜນການທີ່ລາວກຽມໄວ້ໃນຊ່ວງເຄິ່ງທີ່ສອງຂອງລະດູການນີ້
ຢ່າງໃດກໍຕາມ, ກັບເຫດການດັ່ງກ່າວທີ່ເກີດຂຶ້ນໃນການສໍາພາດກັບ ພຽດສ ມໍແກນ ເທນ ຮາກ ຮູ້ສຶກວ່າ ໂຣນັລໂດ້ ເຮັດເກີນຂອບເຂດຫລັງຈາກວິພາກວິຈານສະໂມສອນທັງທີ່ຕົນເອງຍັງເປັນນັກເຕະຂອງທີມ
ເທນ ຮາກ ບໍ່ຕ້ອງການທີ່ຈະທໍາລາຍຄວາມສາມັກຄີພາຍໃນທີມ ຫາກຕ້ອງຍອມອ່ອນຂໍ້ຕໍ່ ໂຣນັລໂດ້ ພຽງຄົນດຽວ
ນອກຈາກນີ້ຄະນະບໍລິຫານຂອງສະໂມສອນກໍ່ບໍ່ພໍໃຈກັບການສໍາພາດດັ່ງກ່າວມາກົບກະແສຄວາມຍອດຢ້ຽມ ຂອງ ອາເລຮານໂດ ການາໂຊ່ ທີ່ຍິງປະຕູໄຊຊະນະ ຟູແລັມ ເມື່ອວັນອາທິດ
ດໍສັນ ລະບຸວ່າ ຢູໄນເຕັດ ຈະໄດ້ຕົວກອງໜ້າມາເສີມໃນເດືອນມັງກອນນີ້ຫລືບໍ່ ແຕ່ລາວຕ້ອງການໃຫ້ ໂຣນັລໂດ້ ອອກຈາກທີມໃນຕະຫລາດຊື້ຂາຍທີ່ຈະມາເຖິງນີ້.

