10 ນັກເຕະດາວຮຸ່ງອາຍຸຕ່ຳກວ່າ 23 ປີ ຄ່າໂຕແພງທີ່ສຸດໃນໂລກ

ນັກເຕະດາວຮຸ່ງໃນໃນວົງການບານເຕະໃນປັດຈຸບັນ ພວມເກີດຂຶ້ນຢ່າງຫລວງຫລາຍ ໂດຍມີຫຼາຍຄົນທີ່ກໍາລັງສ້າງຜົນງານໄດ້ຢ່າງຮ້ອນແຮງຈົນໄດ້ຮັບຄວາມສົນໃຈຈາກສະໂມສອນຊັ້ນນໍາຂອງເອີຣົບຫຼາຍທີມ.
ທ່າແຮງຂອງຜູ້ຫຼິ້ນເຫຼົ່ານີ້ໄດ້ເຮັດໃຫ້ມີການຄຳນວນເລື່ອງຄ່າໂຕຂອງພວກເຂົາວ່າປັດຈຸບັນສູງສໍ່າໃດ, ໂດຍຫໍສັງເກດການບານເຕະ ( Football Observatory ) ແຫ່ງສູນນາໆຊາດເພື່ອການສຶກສາດ້ານກິລາ (CIES) ໄດ້ປະເມີນການຕີລາຄາຂອງນັກເຕະທີ່ອາຍຸບໍ່ເກີນ 23 ປີ 10 ລາຍຄົນ ເຊິ່ງມີຄ່າໂຕແພງທີ່ສຸດໃນໂລກ.
ສິ່ງທີ່ຫນ້າສົນໃຈກໍຄື 4 ຄົນ ຈາກ 10 ຄົນ ແມ່ນນັກເຕະຊາວອັງກິດ ແລະ ຢູ່ຕິດທີມຊາດອັງກິດຊຸດໃຫຍ່ຮຽບຮ້ອຍແລ້ວ ໃນຂະນະທີ່ອັນດັບ 1 ໃນເວລານີ້ ມີ 3 ຄົນ ທີ່ຄ່າໂຕແພງເທົ່າກັນ. ເນື່ອງຈາກຜົນງານຂອງພວກເຂົາຮ້ອນແຮງເຫລືອເກີນໄລຍະທີ່ຜ່ານມາ.
10 ນັກເຕະອາຍຸຕ່ຳກວ່າ 23 ປີ ທີ່ມີມູນຄ່າແພງທີ່ສຸດໃນໂລກມີດັ່ງນີ້ :
ເອີຣິງ ຮາແລນ : 127.5 ລ້ານປອນ
ກອງໜ້າດາວຮຸ່ງມາແຮງຈາກຄ້າຍ “ເສືອເຫຼືອງ” ໂບຣຸສເຊຍ ດອດມຸນ ສ້າງຜົນງານໄດ້ຮ້ອນແຮງໃນເວທີເອີຣົບ. ດ້ວຍເຫດຜົນນີ້ເຮັດໃຫ້ລາວເປັນທີ່ຊື່ນຊອບຂອງຫຼາຍສະໂມສອນໃຫຍ່ ໂດຍກອງໜ້າຊາວນໍເວ ອາຍຸ 21 ປີ ຕົກເປັນຂ່າວວ່າກຽມອຳລາຕົ້ນສັງກັດດ້ວຍຄ່າຕົວພຽງ 65 ລ້ານປອນ ຫລັງຈົບລດູການນີ້. ເຫດຜົນທີ່ລາຄາຄ່າໂຕຖືກກໍຍ້ອນວ່າເປັນຂໍ້ກຳນົດຄ່າຈີກສັນຍາ. ເພາະສະນັ້ນ, ເຊື່ອວ່າລະດູການຫນ້າ ຄົງຈະມີຫລາຍທີມພາກັນຍາດນັກເຕະຈຳນວນຫລາຍທີມແນ່ນອນ.
ວິນິຊີອຸສ ຈູເນຍ : 127.5 ລ້ານປອນ
ໃນປັດຈຸບັນທຸກຄົນກໍາລັງເວົ້າເຖິງຜົນງານອັນຮ້ອນແຮງຂອງ ວິນິຊິອຸສ ຈູເນຍ ປີກຈອມຖະຫລົ່ມປະຕູຂອງ ເຣອັນ ມາດຣິດ ຫຼັງຈາກສ້າງຜົນງານໄດ້ຢ່າງຮ້ອນແຮງໃຫ້ກັບຕົ້ນສັງກັດ ໂດຍຍິງໄດ້ 12 ປະຕູໃນ 21 ເກມໃນທຸກການແຂ່ງຂັນ ແລະ ດ້ວຍອາຍຸພຽງແຕ່ 21 ປີ, ລາວຍັງມີໂອກາດທີ່ຈະຜະລິດຜົນງານດີມີຄຸນນະພາບດີອອກມາໃຫ້ເຫັນເລື້ອຍໆຢ່າງແນ່ນອນ.
ຟິລ ໂຟເດນ : 127.5 ລ້ານປອນ
ບັນດາແຟນບານຂອງ ພຣີເມຍລີກ ອັງກິດ ຄົງຈະເຫັນແລ້ວວ່າ ຟິລ ໂຟເດນ ຢູ່ໃນຜົນງານທີ່ດີສຳ່ໃດຈາກການຫລິ້ນໃຫ້ ແມນເຊັສເຕີ ຊິຕີ, ປັດຈຸບັນນັກເຕະອາຍຸພຽງ 21 ປີເທົ່ານັ້ນ ແລະ ແນ່ນອນວ່າລາວຈະກ້າວຂຶ້ນມາເປັນຕົວຫຼັກ ແມນຊິຕີ, ກັບທີມຊາດອັງກິດໃນໄລຍະສິບປີຂ້າງຫນ້າ.
ເປດຣີ : 119 ລ້ານປອນ
ບາເຊໂລນາອາດຈະບໍ່ຢູ່ໄລຍະຜົນງານເກ່ັງທີ່ສຸດຕະຫລອດຫລາຍປີທີ່ຜ່ານມາ ແຕ່ພວກເຂົາມີໂອກາດເຊັນສັນຍາກັບ ເປດຣີ ມາຈາກ ລາສ ພັລມາສ ດ້ວຍຄ່າໂຕພຽງແຕ່ 5 ລ້ານປອນໃນປີ 2020 ແລະ ໃນປັດຈຸບັນນັກເຕະໄດ້ສ້າງຜົນງານຄຸ້ມຄ່າເຫລືອເກີນ ສໍາລັບໃນປັດຈຸບັນ ນັກເຕະມີອາຍຸພຽງແຕ່ 19 ປີເທົ່ານັ້ນ ແລະ ໄດ້ກາຍເປັນນັກເຕະໂຕສຳຄັນຂອງບາເຊໂລນາ ແລະ ທີມຊາດສະເປນ. ໃນປັດຈຸບັນເຂົາຈະເປັນນັກເຕະຄູ່ບຸນຂອງ ຊາບີ ເອີນານເດສ ຜູ້ຈັດການໃຫມ່ແກະກ່ອງອີກເດ້ວຍ.
ເມສັນ ກຣີນວູດ : 119 ລ້ານປອນ
ເມສັນ ກຣິນວູດ ໄດ້ກາຍມາເປັນຕົວສໍາຄັນຂອງ ແມນເຊສເຕີ ຢູໄນເຕັດ ແລະຜົນງານການຫລິ້ນທີ່ດີທີ່ສຸດຂອງລາວຍັງບໍ່ໄດ້ສະແດງອອກມາໃຫ້ເຫັນຢ່າງເຕັມທີ່ປານໃດ ປັດຈຸບັນ, ລາວມີອາຍຸພຽງ 20 ປີໃນເດືອນຕຸລາຜ່ານມາ. ແຕ່ລາວຍິງໄປແລ້ວ 33 ປະຕູໃຫ້ກັບສະໂມສອນ ຈາກການລົງຫລິ້ນໃນ 120 ເກມ ທຸກລາຍການ. ສ່ວນທີມຊາດກໍມີໂອກາດຕິດທີມຊຸດໃຫຍ່ອັງກິດເຊ່ັນດຽວກັນ.
ຟລໍຣຽນ ເວີດ : 119 ລ້ານປອນ
ຟລໍຣຽນ ເວີດ ກອງກາງຕົວບຸກຈາກສະໂມສອນໄບເອີ ເລເວີຄູເຊັນ ມີລະດູການທີ່ໂດດເດັ່ນຫລາຍກັບສະໂມສອນ ດ້ວຍການຍິງໄປແລ້ວ 8 ປະຕູ ແລະ ຈ່າຍໃຫ້ຫມູ່ຍິງ 11 ປະຕູ, ທັງທີມີອາຍຸພຽງແຕ່ 18 ປີເທົ່ານັ້ນ, ທີ່ສຳຄັນລາວຍັງເປັນຫນຶ່ງໃນນັກເຕະທີມຊາດເຢຍລະມັນ ຍຸກຂອງ ຮານຊີ ຟລິກ ນຳອີກ ແລະ ຜົນງານອັນໂດດເດ່ັນເຮັດໃຫ້ລາວໄດ້ຮັບຄວາມສົນໃຈຈາກສະໂມສອນໃຫຍ່ໃນເອີຣົບຫລາຍທີມ.
ຈາດອນ ຊານໂຊ : 110.5 ລ້ານປອນ
ຈາດອນ ຊານໂຊ ປະສົບຄວາມສຳເລັດຢ່າງຫລາຍໃນຖານະນັກເຕະທັງທີ່ອາຍຸພຽງ 21 ປີເທົ່ານັ້ນ, ຫຼັງຈາກລົງຫຼິ້ນໄປແລ້ວ 137 ນັດ ແລະ ຍິງໄດ້ 50 ປະຕູໃຫ້ກັບ ໂບຣຸສເຊຍ ດອດມຸນ ເຮັດໃຫ້ດາວຍິງທີມຊາດອັງກິດ ໄດ້ຍ້າຍໄປຫຼິ້ນກັບ ແມນເຊສເຕີ ຢູໄນເຕັດ ດ້ວຍຄ່າຕົວສູງເຖິງ 73 ລ້ານປອນ ເມື່ອລະດູການທີ່ຜ່ານມາ ແລະ ກຽມເປັນນັກເຕະຫລັກໃນຍຸກຂອງ ລາຟ ຣັງນິກ.
ອັລຟອນໂຊ ເດວິດ : 102 ລ້ານປອນ.
ກອງຫຼັງທີມຊາດການາດາ ຖືວ່າເປັນນັກເຕະດາວຮຸ່ງທີ່ມີອາຍຸພຽງແຕ່ 21 ປີ ທີ່ປະສົບຜົນສໍາເລັດສູງທີ່ສຸດ. ໂດຍຄວ້າແຊ໊ມ ບຸນເດສລີກາ ເຢຍລະມັນ 3 ສະໄໝ, ເດເອຟເບ ໂບຄາລ 2 ສະໄໝ ແລະ ຢູຟາ ແຊມປ໊ຽນລີກ 1 ສະໄຫມ ກັບ ບາເຢິນ ມິວນິກ ປັດຈຸບັນລາວຕິດທີມຊາດບ້ານເກີນໄປແລ້ວ 30 ນັດ ແລະ ພາການາດາ ໄດ້ໂຄຕ້າໄປຫລິ້ນເຕະບານໂລກ 2022 ຮອບສຸດທ້າຍທີ່ປະເທດກາຕາແນ່ນອນແລ້ວ.
ຈູດ ເບລລິງແຮມ : 102 ລ້ານປອນ
ຈູດ ເບລລິງແຮມ ມີຜົນງານອັນດີເລີດ ນັບຕັ້ງແຕ່ຍ້າຍມາຈາກ ເບີມິງແຮມ ຊິຕີ້ ໄປຫລິ້ນກັບ ໂບຣຸສເຊຍ ດອດມຸນ ແລະ ຕອນນີ້ກາຍເປັນຕົວຫຼັກຂອງທີມ. ແລະ ເປັນນັກເຕະໂຕສຳຄັນຂອງທີມ “ເສືອເຫຼືອງ” ດາວເຕະຊາວອັງກິດອາຍຸພຽງແຕ່ 18 ປີເທົ່ານັ້ນ, ແຕ່ຜົນງານໂດດເດ່ັນຫລາຍ ແລະ ຄາດວ່າເມື່ອນັກເຕະມີປະສົບການຫຼາຍຂຶ້ນ, ຜົນງານກໍຈະດີຍິ່ງຂຶ້ນກວ່ານີ້ຫລາຍເທົ່າ. ສິ່ງທີ່ສໍາຄັນລາວເປັນດາວຮຸ່ງທີ່ ແກເຣັດ ເຊົາເກດ ຜູ້ຈັດການທີມຊາດອັງກິດ. ພ້ອມພາທີມຊາດໄປລຸຍບານໂລກປີຫນ້າຢ່າງແນ່ນອນ.
ເຟີຣານ ຕໍເຣສ : 102 ລ້ານປອນ
ບໍ່ຢາກເຊື່ອວ່າ ເຟີຣານ ຕໍເຣສ ດາວຍິງ “ເຮືອໃບສີຟ້າ” ແມນເຊສເຕີ ຊິຕີ ອາຍຸພຽງ 21 ປີເທົ່ານັ້ນ ນັກເຕະຊາວສະເປນ. ເລີ່ມຕົ້ນລະດູການດ້ວຍຜົນງານອັນຮ້ອນແຮງ ກ່ອນຈະຖືກບາດເຈັບ, ໄລຍະຜ່ານມາ ບາເຊໂລນາ ເຄີຍຕົກເປັນຂ່າວວ່າຕ້ອງການເຊັນສັນຍາກັນັກເຕະ ແຕ່ ເປບ ກວາດິໂອລາ ບໍ່ຢາກເສຍຂອງດີໄປແນ່ນອນ.

