ບຣູໂນ່ ເຟີນັລເດສ ວິຈານບານໂລກ 2022 ວ່າ ຈັດໃນຊ່ວງທີ່ບໍ່ເໝາະສົມ ເຮັດໃຫ້ນັກເຕະ ແລະ ແຟນບານ ບໍ່ສະດວກຫລາຍຢ່າງ

ບຣູໂນ່ ເຟີນັລເດສ ຖືເປັນອີກຄົນໜຶ່ງທີ່ໂດດເດັ່ນໃນນັດທີ່ ແມນເຊັສເຕີ ຢູໄນເຕັດ ຊະນະ ຟູແລັມ 2-1, ໂດຍເຂົາເປັນຜູ້ສົ່ງໃຫ້ ຄຣິສເຕຍ ເອຣິກເຊນ ຍິງຂຶ້ນນຳ 1-0 ໃນຕົ້ນເຄິ່ງເວລາທຳອິດ, ແນວໃດກໍຕາມ ໃນລະຫວ່າງການໃຫ້ສໍາພາດຫລັງການແຂ່ງຂັນກັບ ສະກາຍ ສະປອດ, ກອງກາງຊາວປອກຕຸຍການ ໄດ້ຖືກຖາມກ່ຽວກັບທັດສະນະຂອງລາວກ່ຽວກັບການແຂ່ງຂັນບານໂລກທີ່ຈະມາເຖິງໃນອາທິດຫນ້າ. ເຊິ່ງລາວຕອບວ່າບໍ່ມັກບານໂລກໃນສະບັບຕາເວັນອອກກາງຂອງກາຕ້າຫລາຍປານໃດ.

“ພວກ​ເຮົາ​ໄດ້​ເຫັນ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ແຂ່ງ​ຂັນ​ບານ​ໂລກ​ໃນ​ກາ​ຕ້າ ​ໃນຊ່ວງ​ສອງ​ສາມ​ອາ​ທິດ​ ແລະ​ ຫລາຍ​ເດືອນ​ທີ່​ຜ່ານ​ມາ ກ່ຽວກັບປະຊາຊົນຜູ້ທີ່ສູນເສຍຊີວິດໃນການກໍ່ສ້າງສະໜາມແຂ່ງຂັນ ຂ້ອຍບໍ່ພໍໃຈກັບເລື່ອງນີ້ເລີຍ. ພວກເຮົາຢາກໃຫ້ກິລາບານເຕະເປັນຂອງທຸກຄົນ ແລະ ມີສ່ວນຮ່ວໃນການແຂ່ງຂັນບານໂລກ. ມັນບໍ່ສໍາຄັນວ່າໃຜ ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ກາ​ຕ້າ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ບໍ່​ຄວນ​ຈະ​ເກີດ​ຂຶ້ນ​ຕະ​ຫລອດ​ເວ​ລາ”

ຫລັງຈາກນັກເຕະ ອາຍຸ 28 ປີ ເປີດເຜີຍວ່າການຍ້າຍບານໂລກມາເຕະໃນຕອນທ້າຍຂອງປີເຮັດໃຫ້ນັກເຕະຕ້ອງເຕະແບບລະແວງໃນການບາດເຈັບ ແລະ ​ມີ​ສ່ວນ​ເຮັດໃຫ້​ແຟນ​ບານ​ບໍ່ສະດວກໃນການຕິດ​ຕາມ​ໄປເຊຍ.