ຟອຍ ເມເວັດເທີຈູເນຍ ນັກກີລາທີ່ສ້າງລາຍໄດ້ ຫຼາຍທີ່ສຸດໃນຮອບທົດສະວັດ

ອະດີດກຳປັ້ນຜູ້ບໍ່ເຄີຍແພ້ ຟອຍເມເວັດເທີຈູເນຍ ນັກຊົກຊາວອາເມລິກາ ກາຍເປັນນັກກີລາທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນຊ່ວງທົດສະວັດ(ລະຫວ່າງປີ 2010-2019) ຈາກການຈັດອັນດັບຂອງ (Forbes) ວາລະສານທາງການເງີນຊື່ດັງຂອງອາເມລິກາ

ນັກຊົກອາຍຸ 42 ປີ ຮັບລາຍໄດ້ຫຼາຍເຖີງ 915 ລ້ານໂດລາສະຫາລັດ ໂດຍເປັນການລວບລວມທັງລາຍໄດ້ຈາກຕົ້ນສັງກັດ (Salary/Winnings) ແລະລາຍໄດ້ນອກສະໜາມອື່ນໆເຊັ່ນ ພີເຊັນເຕີ້ສິນຄ້າ (Endorsements)  ໃນຕະຫຼອດ 10 ທີ່ຜ່ານມາ ຂະນະທີ່ອັນດັບ 2 ເປັນຂອງ ຄິສຕຽນໂນ້ ໂຣນາໂດ້ ກອງໜ້າດາວຍີງຂອງຢູເວນຕຸດ ທຳລາຍໄດ້ເຖີງ 800 ລ້ານໂດລາສະຫາລັດ ສ່ວນອັນດັບ 3 ເປັນຂອງ ລິໂອເນວ ເມັດຊີ ນັກເຕະພອນສະຫວັນສູງຂອງ ບາເຊໂລນາ ທຳລາຍໄດ້ເຖີງ 750 ລ້ານໂດລາສະຫາລັດ

ນອກຈາກນີ້ຍັງມີນັກກີລາໜື່ງດຽວຈາກທະວີບອາຊີທີ່ຕິດອັນດັບເຂົ້າມາຄື ນັກຊົກຂວັນໃຈຊາວຟີລິບປີນ ແມນນີ້ ປາກຽວ ທຳລາຍໄດ້ເຖີງ 435 ລ້ານໂດລາສະຫາລັດ ທີ່ຕິດອັນດັບ 8 ໃນການຈັດ 10 ອັບດັບນັກກີລາທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນທົດສະຫວັດຄັ້ງນີ້ມີ: 

  1. ຟອຍເມເວັດເທີຈູເນຍ (ມວຍສາກົນ) 915 ລ້ານໂດລາສະຫາລັດ
  2. ຄິສຕຽນໂນ້ ໂຣນາໂດ້ (ບານເຕະ) 800 ລ້ານໂດລາສະຫາລັດ
  3. ລິໂອເນວ ເມັດຊີ (ບານເຕະ) 750 ລ້ານໂດລາສະຫາລັດ
  4. ເລັບຣອນເຈມ (ບານບ້ວງ) 680 ລ້ານໂດລາສະຫາລັດ
  5. ໂຣເຈີ ເຟັດດາເຣີ້ (ເທັນນິດ) 640 ລ້ານໂດລາສະຫາລັດ
  6. ໄທເກີ້ວູ້ດ (ກ໋ອປ) 615 ລ້ານໂດລາສະຫາລັດ
  7. ຟິວ ມິກເຄຊັນ (ກ໋ອປ) 480 ລ້ານໂດລາສະຫາລັດ
  8. ແມນນີ້ ປາກຽວ (ມວຍສາກົນ) 435 ລ້ານໂດລາສະຫາລັດ
  9. ເຄວິນດູແຣນ (ບານບ້ວງ) 425 ລ້ານໂດລາສະຫາລັດ
  10. .ລູອິດແຮມິນຕັນ (ນັກຂັບF-1) 400 ລ້ານໂດລາສະຫະລັດ